ຕອນຄ່ຳວັນທີ 06 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຮັດວຽກກັບຄະນະການນຳສະຫະສະມາຄົມ ແລະ ບັນດາວິສາຫະກິດໃນຂົງເຂດເຄິ່ງຊັກນຳໄຟຟ້າ ຂຶ້ນກັບສະຫະສະມາຄົມເຄິ່ງຊັກນຳໄຟຟ້າທົ່ວໂລກ (SEMI) ເຊິ່ງພວມຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ ແລະ ເຂົ້າຮ່ວມງານວາງສະແດງສາກົນກ່ຽວກັບເຄິ່ງຊັກນ້ຳໄຟຟ້າ (SEMI Expo) ຫວຽດນາມ ປີ 2025.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໂອ້ລົມກັບບັນດາຜູ້ແທນ
ໃນການເຮັດວຽກ, ບັນດາຜູ້ແທນໄດ້ສະແດງຄວາມປະທັບໃຈຕໍ່ຍຸດທະສາດພັດທະນາໂດຍອີງໃສ່ວິທະຍາສາດ, ເຕັກໂນໂລຢີ, ພິເສດແມ່ນການພັດທະນາຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ; ຕີລາຄາສູງບັນດານະໂຍບາຍພັດທະນາຂະແໜງເຄິ່ງຊັກນຳໄຟຟ້າຂອງ ຫວຽດນາມ ແລະ ປາດຖະໜາວ່າ ຈະສືບຕໍ່ລົງທຶນເຂົ້າ ຫວຽດນາມ, ບັນດາຜູ້ແທນກໍໄດ້ສະເໜີຫຼາຍມາດຕະການແນໃສ່ພັດທະນາລະບົບນິເວດເຄິ່ງຊັກນຳໄຟຟ້າ ຫວຽດນາມ ແລະ ການເຊື່ອມຕໍ່ທົ່ວໂລກ, ນຳ ຫວຽດນາມ ກາຍເປັນສູນເຄິ່ງຊັກນຳໄຟຟ້າຂອງພາກພື້ນ ແລະ ໃນໂລກ.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ໄດ້ປະກາດໃຊ້ຍຸດທະສາດພັດທະນາອຸດສາຫະກຳເຄິ່ງຊັກນຳໄຟຟ້າຮອດປີ 2030 ແລະ ວິໄສທັດຮອດປີ 2050. ຫວຽດນາມ ສູ້ຊົນໃນປີ 2026 ຈະມີຮາກຖານຜະລິດຊິບເຄິ່ງຊັກນຳໄຟຟ້າແຫ່ງທຳອິດ; ຊ້າສຸດແມ່ນປີ 2027, ອອກແບບ, ປະດິດສ້າງ, ທົດລອງກວດຊິບເຄິ່ງຊັກນຳໄຟຟ້າທີ່ຈຳເປັນຈຳນວນໜຶ່ງ. ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ:
“ຢາກພັດທະນາແມ່ນຕ້ອງມີການໜູນຊ່ວຍຈາກເພື່ອນມິດສາກົນ, ໂດຍສະເພາະແມ່ນໃນການຜະລິດຊິບ. ດັ່ງນັ້ນ, ຕ້ອງຜະລິດໄດ້, ສ້າງຄວາມເຂັ້ມແຂງດ້ວຍຕົນເອງໄດ້ ຈຶ່ງຈະພັດທະນາແບບຍືນຍົງໄດ້; ພິເສດແມ່ນວິທະຍາສາດເຕັກໂນໂລຢີ, ນະວັດຕະກຳເພື່ອໃຫ້ ຫວຽດນາມ ບຸກທະລຸແບບຍືນຍົງ; ພັດທະນາຂະແໜງເຄິ່ງຊັກນຳໄຟຟ້າຢ່າງວ່ອງໄວ ແລະ ຍືນຍົງ, ປະກອບສ່ວນເຂົ້າໃນການຊຸກຍູ້ພື້ນຖານເສດຖະກິດຂອງປະເທດຊາດ”.
ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ບັນດາວິສາຫະກິດ ບໍ່ພຽງແຕ່ມາ ຫວຽດນາມ ລົງທຶນເທົ່ານັ້ນ, ຫາກຈະຮ່ວມເດີນທາງ, ຊ່ວຍເຫຼືອ ຫວຽດນາມ ພັດທະນາລະບົບນິເວດຜະລິດເຄິ່ງຊັກນຳໄຟຟ້າ. ຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດມາລົງທຶນ, ຮ່ວມມື.
(ແຫຼ່ງຄັດຈາກ VOV)