• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ECOWAS ຢັ້ງ​ຢືນ​ຄືນການ​ໃຫ້​ບຸ​ລິ​ມະ​ສິດ​ມາດ​ຕະ​ການ​ທາງ​ການ​ທູດ, ບໍ່​ຍົກ​ເວັ້ນ​ມາດ​ຕະ​ການ​​​ດ້ານ​ການທະ​ຫານ​ຢູ່​ ນີ​ເຊ

ຄະນະກຳມະການຄວາມໝັ້ນຄົງ ແລະ ສັນຕິພາບ ECOWAS ກ່າວປະນາມອຳນາດການທະຫານ ນີເຊ ທີ່ພວມຊອກຫາວິທີການ ຕໍ່ເວລາ ເພື່ອປັບປຸງອຳນາດການປົກຄອງກໍ່ລັດຖະປະຫານເມື່ອເຫັນໄດ້ສັນຍານເປີດເຜີຍໃນການເຈລະຈາທາງການທູດ
ບັນດາການນຳຂອງອຳນາດການປົກຄອງການທະຫານ ປະເທດນີເຊ (ພາບ: Reuters)

ວັນທີ 17 ສິງຫາ, ປະຊາຄົມເສດຖະກິດອາບຟຼິກກາຕາເວັນຕົກ (ECOWAS) ໄດ້ຢັ້ງຢືນຄືນໃໝ່ທັດສະນະໃຫ້ບຸລິມະສິດຊຸກຍູ້ມາດຕະການທາງການທູດໃຫ້ແກ່ວິກິດການຢູ່ນີເຊ, ພ້ອມທັງເນັ້ນໜັກບໍ່ຍົກເວັ້ນມາດຕະການແຊກແຊງດ້ານການທະຫານເພື່ອແນໃສ່ຟື້ນຟູຄວາມເປັນລະບຽບຮຽບຮ້ອຍລັດຖະທຳມະນູນ ຢູ່ປະເທດນີ້.

ໃນຖະແຫຼງການໂດຍບັນດາແຫຼ່ງຂ່າວໃນພາກພື້ນຄັດສະເໜີກ່ອນເວລາໄຂກອງປະຊຸມສຳຄັນທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 17 - 18 ສິງຫາ ຂອງຫົວໜ້າເສນາທິການ ກອງທັບບັນດາປະເທດ ECOWAS ຢູ່ Ghana ເພື່ອເຫັນດີເປັນເອກະພາບແຜນການແຊກແຊງດ້ານການທະຫານຢູ່ນີເຊ, ຄະນະກຳມະການຄວາມໝັ້ນຄົງ ແລະ ສັນຕິພາບ ECOWAS ໄດ້ຊີ້ແຈ້ງວ່າ ແຜນການແຊກແຊງດ້ານການທະຫານ ໄດ້ກຽມພ້ອມແລ້ວ ແລະ ນີ້ຈະແມ່ນມາດຕະການສຸດທ້າຍເພື່ອຟື້ນຟູຄວາມເປັນລະບຽບຮຽບຮ້ອຍທາງລັດຖະທຳມະນູນຢູ່ ນີເຊ, ຖ້າບັນດາມາດຕະການທາງການທູດປະລາໄຊ. ຄະນະກຳມະການຄວາມໝັ້ນຄົງ ແລະ ສັນຕິພາບ ECOWAS ກ່າວປະນາມອຳນາດການທະຫານ ນີເຊ ທີ່ພວມຊອກຫາວິທີການ ຕໍ່ເວລາ ເພື່ອປັບປຸງອຳນາດການປົກຄອງກໍ່ລັດຖະປະຫານເມື່ອເຫັນໄດ້ສັນຍານເປີດເຜີຍໃນການເຈລະຈາທາງການທູດ, ເນັ້ນໜັກວ່າກຸ່ມນີ້ຈະຟື້ນຟູຄວາມເປັນລະບຽບຮຽບຮ້ອຍທາງລັດຖະທຳມະນູນ ໃຫ້ແກ່ນີເຊ ດ້ວຍທຸກມາດຕະການທີ່ຈະສາມາດເຮັດໄດ້.

(ແຫຼ່ງຄັດຈາກ VOV)

ນຳ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ ອິນ​ເດຍ​ບັນ​ລຸ 25 ຕື້ USD ໂດຍ​ໄວ

ນຳ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ ອິນ​ເດຍ​ບັນ​ລຸ 25 ຕື້ USD ໂດຍ​ໄວ

ທ່ານ​ນຳ​ສອງ​ທ່ານ​ປາດ​ຖະ​ໜາ​ຢາກ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ສອງ​ປະ​ເທດ ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳ, ສີ​ວິ​ໄສ, ປະ​ຫວັດ​ສາດ ແລະ ສາ​ສະ​ໜາ​ເພື່ອ​ເປີດກວ້າງກວ່າ​ອີກ​ການ​ຮ່ວມ​ມື​ການ​ທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ, ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ປັບ​ປຸງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ດ້ານ​ມິດ​ຕະ​ພາບ.

Top