• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ECB ຫຼຸດ​ດອກ​ເບ້ຍ​ຄັ້ງ​ທຳ​ອິດ​ນັບ​ແຕ່​ປີ 2019

ວັນທີ 6 ມິຖຸນາ, ທະນາຄານສູນກາງ ເອລົບ ໄດ້ຫຼຸດຜ່ອນດອກເບ້ຍຫຼັກຢ່າງເປັນທາງການ ລົງ 3,75% ສ້າງຂີດໝາຍການຫຼຸດດອກເບ້ຍຄັ້ງທຳອິດນັບແຕ່ປີ 2019.
ສຳນັກງານໃຫຍ່ ທະນາຄານສູນກາງ ເອີລົບ (ECB) ຢູ່ ເຢຍລະມັນ (ພາບ:AFP/TTXVN )

ນີ້ແມ່ນການກະທຳທີ່ເປັນໜ້າສົນໃຈ ໃນສະພາບການຄວາມກົດດັນໃນໄລຍະຍາວ ຈາກໄພເງິນເຟີ້ ຢູ່ພາກພື້ນນຳໃຊ້ສະກຸນເງິນ ເອີໂຣ ລວມມີ 20 ປະເທດ. ຕາມການຄາດຄະເນຂອງ ECB ແລ້ວ, ໄພເງິນເຟີ້ຂອງພາກພື້ນນີ້ ໃນປີ 2024 ແລະ 2025 ຈະສູງກ່ວາການຄາດຄະເນ, ຕາມລຳດັບແມ່ນບັນລຸ 2,5% ແລະ 2,2% ເພີ່ມຂຶ້ນເມື່ອທຽບໃສ່ກັບລະດັບ 2,3% ແລະ 2% ທີ່ໄດ້ຍົກອອກມາກ່ອນນັ້ນ.

ເຖິງຢ່າງໃດກໍ່ຕາມ, ECB ເນັ້ນໜັ້ກວ່າ ການຫຼຸດອັດຕາດອກເບ້ຍລົງ ແມ່ນມີຄວາມຈຳເປັນເພື່ອໜູນຊ່ວຍການເຕີບໂຕເສດຖະກິດ ແລະ ຮັບປະກັນວ່າ ໄພເງິນເຟີ້ ຈະໄດ້ຮັບການຮັກສາໃກ້ກັບເປົ້າໝາຍ 2%ຂອງທະນາຄານສູນກາງ. ສະພາບໍລິຫານ ECB ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ໂດຍອີງຕາມການອັບເດັດກ່ຽວກັບແງ່ຫວັງ ແລະ ບັນດາປັດໄຈມີຜົນສະທ້ອນເຖິງໄພເງິນເຟີ້ ກໍ່ຄືນະໂຍບາຍການເງິນ, ສະພາຖືວ່າ ຮອດເວລາຕ້ອງດັດປັບລະດັບຈຳກັດຂອງນະໂຍບາຍປີການເງິນພາຍຫຼັງ 9 ເດືອນຮັກສາດອກເບ້ຍເປັນປົກກະຕິແລ້ວ.

(ແຫຼ່ງຄັດຈາກ VOV)

ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ພູມປັນຍາສະສົມໃນປະຫວັດສາດ ສືບຕໍ່ກາຍເປັນກຳລັງຄວາມສາມາດນຳພາການພັດທະນາປະເທດຊາດ

ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ພູມປັນຍາສະສົມໃນປະຫວັດສາດ ສືບຕໍ່ກາຍເປັນກຳລັງຄວາມສາມາດນຳພາການພັດທະນາປະເທດຊາດ

ພາຍຫຼັງ​ການ​ຢ້ຽມ​ຢາມ, ສອງ​ປະ​ເທດ​ຈະ​ສືບ​ຕໍ່​ຫັນ​ບັນ​ດາ​ຄວາມ​ຮັບ​ຮູ້​ລວມ​ຂັ້ນ​ສູງ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້​ນບັນ​ລຸ 25 ຕື້ USD ຕາ​ມ​ທິດ​ດຸ່ນ​ດ່ຽງ​ກວ່າ; ຜັນ​ຂະ​ຫຍາຍ​ຂໍ້​ລິ​ເລີ່ມ “ສາມ​ເຊື່ອມ​ຕໍ່” ກ່ຽວ​ກັບ​ລະ​ບົບ​ການ​ສະ​ໜອງ, ບັນ​ດາ​ຂະ​ແໜງ​ເສດ​ຖະ​ກິດ, ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ແລະ ການ​ເຕີບ​ໂຕ​ສີ​ຂຽວ, ຍືນ​ຍົງ.

Top