• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ASOSAI 14: ຄະນະຜູ້ແທນອົງການກວດສອບບັນຊີສູງສຸດອາຊີຢ້ຽມຢາມອ່າວຮ້າລອງ

      ວັນທີ 21 ກັນຍາ, ການນຳຄະນະກຳມະການປະຊາຊົນແຂວງກວາງນິງ ໄດ້ຕ້ອນຮັບຄະນະຜູ້ແທນບັນດາອົງການກວດສອບບັນຊີສູງສຸດອາຊີ (ASOSAI) ທີ່ໄປຢ້ຽມຢາມອ່າວຮ້າລອງ.

ຄະນະຜູ້ແທນອົງການກວດສອບບັນຊີສູງສຸດອາຊີຢ້ຽມຢາມອ່າວຮ້າລອງ
(ພາບ: baoquangninh.com.vn)
      ທ່ານປະທານຄະນະກຳມະການປະຊາຊົນແຂວງກວາງນິງ ຫງວຽນດຶກລອງ ໄດ້ແນະນຳໃຫ້ບັນດາຄະນະຜູ້ແທນຄວາມສາມາດບົ່ມຊ້ອນດ້ານເສດຖະກິດ, ແຫຼ່ງຊັບພະຍາກອນໂລຫະທີ່ອຸດົມສົມບູນ, ທິວທັດທຳມະຊາດ ແລະ ຊາວກວາງນິງ. ທ່ານປະທານຄະນະກຳມະການປະຊາຊົນ ຫງວຽນດຶກລອງ ໃຫ້ຮູ້ວ່າ, ກວາງນິງ ຕີລາຄາສູງຫົວຂໍ້ “ກວດສອບ ສິ່ງແວດລ້ອມເພື່ອການພັດທະນາແບບຍືນຍົງ” ຂອງ ASOSAI 14 ແລະ ກວາງນິງ ຍາມໃດກໍ່ຖືເປັນສຳຄັນການໃນນຳໃຊ້ລະບົບມາດຕະຖານບັນຊີ - ກວດສອບບັນຊີຫວຽດນາມ ແລະ ສາກົນ, ດ້ວຍເປົ້າໝາຍສ້າງພື້ນຖານການເງິນທີ່ປອດໂປ່ງ, ຮັບປະກັນການພັດທະນາແບບຍືນຍົງ.
        ໂດຍຕາງໜ້າຄະນະຜູ້ແທນ ASOSAI, ທ່ານ Choe Jeahyeong, ເລຂາທິການໃຫຍ່ ASOSAI, ປະທານຄະນະກຳມະການກວດສອບບັນຊີ ແລະ ກວດກາສ.ເກົາຫຼີ ໄດ້ຂອບໃຈການຕ້ອນຮັບອັນອົບອຸ່ນຂອງແຂວງກວາງນິງ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top