• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ASIAN CUP 2019: ຄູຝຶກ Park Hang – seo ແບ່ງປັນກັບສື່ມວນຊົນ ສ.ເກົາຫຼີ ກ່ຽວກັບ “ການເລີ່ມຕົ້ນທີ່ດີງາມ”

ໃນປີ 2019, ມີໜ້າທີ່ຫຼາຍຢ່າງ ສໍາລັບທິມບານເຕະ U23 ຫວຽດນາມ ແລະ ທິມບານເຕະແຫ່ງຊາດຫວຽດນາມ.

“ພວກຂ້າພະເຈົ້າໄດ້ມີການເລີ່ມຕົ້ນທີ່ດີງາມທີ່ສຸດໃນປີ 2019”. ນັ້ນແມ່ນຄໍາແບ່ງປັນ ຫຼ້າສຸດຂອງ ຄູຝຶກ Park Hang – seo ຕໍ່ສື່ມວນຊົນ ສ.ເກົາຫຼີ ຢູ່ສະໜາມບິນສາກົນ Incheon ໃນຕອນເຊົ້າວັນທີ 29 ມັງກອນ, ເມື່ອທ່ານ ເພື່ອຂໍພັກປະຈໍາ ກັບເມືອປະເທດ ຕ້ອນຮັບບຸນປີໃໝ່ພ້ອມກັບຄອບຄົວ.

        ເມື່ອແບ່ງປັນກ່ຽວກັບການພັດທະນາຂອງກິລາບານເຕະຫວຽດນາມ ໃນອະນາຄົດ, ຄູຝຶກ Park Hang – seo ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າ ບໍ່ຖື ໄຊຊະນະ AFF Suzuki Cup ເປັນຜົນງານສູງສຸດເທື່ອ, ເລື່ອງສ້າງແຜນໄລຍະຍາວ ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈໍາເປັນ ຖ້າຫາກຢາກປະສົບຜົນສໍາເລັດຕໍ່ໄປ ແລະ ມີບັນດາເປົ້າໝາຍທີ່ໃຫຍ່ກວ່າ... ໃນປີ 2019, ມີໜ້າທີ່ຫຼາຍຢ່າງ ສໍາລັບທິມບານເຕະ U23 ຫວຽດນາມ ແລະ ທິມບານເຕະແຫ່ງຊາດຫວຽດນາມ. ດັ່ງນັ້ນ, ພວກຂ້າພະເຈົ້າຕ້ອງກະກຽມໃຫ້ແກ່ບັນດາການແຂ່ງຂັນຄັ້ງຕໍ່ໄປ ນັບແຕ່ດຽວນີ້ເປັນຕົ້ນ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top