• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ASEAN Para Games 2022: ຫວຽດນາມ ແຂ່ງຂັນຢ່າງປະທັບໃຈ

ບັນດານັກກິລາຍາດໄດ້ 4 ຫຼຽນຄຳໃນປະເພດກິລາ ແກ່ວງຈານຍິງ, ແກ່ວງຈານຊາຍ, ຊັດຫຼາວຊາຍ ແລະ ທຸ້ມນ້ຳໜັກຍິງ.
  ນັກກິລາຍິງ ເຈົາຮ່ວາງຕວຽດລວານ (ພາບ: TTXVN)  

ວັນທີ 01 ສິງຫາ, ທິມແລ່ນ ແລະ ລານ ຫວຽດນາມ ແຂ່ງຂັນບັນລຸຜົນສຳເລັດໃນມື້ແຂ່ງຂັນທຳອິດຢູ່ແຂວງພາກກາງ Java, ປະເທດ ອິນໂດເນເຊຍ, ໃນຂອບເຂດງານມະຫາກຳກິລາຄົນພິການອາຊີຕາເວັນອອກສ່ຽງໃຕ້ (ASEAN Para Games) ຄັ້ງທີ 11. ບັນດານັກກິລາຍາດໄດ້ 4 ຫຼຽນຄຳໃນປະເພດກິລາ ແກ່ວງຈານຍິງ, ແກ່ວງຈານຊາຍ, ຊັດຫຼາວຊາຍ ແລະ ທຸ້ມນ້ຳໜັກຍິງ.

ຕອນບ່າຍວັນດຽວກັນ, ບັນດານັກກິລາຍິງ ໃນທິມຍົກນ້ຳໜັກ (ປະເພດ 55 ກີໂລກຣາມ) ເຈົາຮ່ວາງຕວຽດລວານ ສຳເລັດການແຂ່ງຂັນດ້ວຍການຍົກນ້ຳໜັກໄດ້ 104 ກີໂລກຣາມ ແລະ ດັ້ງທິເຟືອງລິງ (ປະເພດ 50 ກີໂລກຣາມ) ກໍ່ຄ້ວາໄດ້ຫຼຽນຄຳຢູ່ງານມະຫາກຳລິກາດ້ວຍການຍົກນ້ຳໜັກໄດ້ 101 ກີໂລກຣາມ. ໃນຂະນະນັ້ນ (ປະເພດ 55 ກີໂລກຣາມ) ຫງວຽນທິແທັງຖຸຍ ຄວ້າໄດ້ຫຼຽນເງິນ ດ້ວຍການຍົກນ້ຳໜັກໄດ້ 84 ກີໂລກຣາມ.

ໃນຕອນເຊົ້າວັນທີ 2 ສິງຫາ - ທິມນັກກິລາລອຍນ້ຳຄົນພິການ ຂອງ ຫວຽດນາມ ສືບຕໍ່ມີການແຂ່ງຂັນເປັນໜ້າປະທັບໃຈ ແລະ ດີເດັ່ນ ດ້ວຍການຄວ້າໄດ້ຫຼຽນຄຳຕື່ມອີກ 5 ຫຼຽນ. ໄລ່ຮອດຕອນບ່າຍວັນທີ 2 ສິງຫາ, ທິມນັກກິລາລອຍນ້ຳຄົນພິການ ຫວຽດນາມ ຄວ້າໄດ້ຫຼຽນຄຳທັງໝົດ 11 ຫຼຽນ, ຫຼຽນເງິນ 4 ຫຼຽນ ແລະ ຫຼຽນທອງ 5 ຫຼຽນ, ເກືອບບັນລຸຄາດໝາຍທີ່ໄດ້ວາງອອກ (ຫຼຽນຄຳ 13 ຫຼຽນ).

(ແຫຼ່ງຄັດຈາກ VOV)

ມອບຂອງຂວັນບຸນເຕັດກວ່າ 1.200 ພູດໃຫ້ແກ່ຜູ້ທຸກຍາກຢູ່ແຂວງ ວິງຟຸກ, ດັກລັກ

ມອບຂອງຂວັນບຸນເຕັດກວ່າ 1.200 ພູດໃຫ້ແກ່ຜູ້ທຸກຍາກຢູ່ແຂວງ ວິງຟຸກ, ດັກລັກ

ຄະນະປະຕິບັດງານໄດ້ມອບຂອງຂວັນບຸນເຕັດ 520 ພູດໃຫ້ຜູ້ທຸກຍາກ ແລະ ກຳມະກອນຜູ້ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງ ວິງຟຸກ.

Top