
(ພາບປະກອບ)
ແຕ່ລະພື້ນຖານເສດຖະກິດໄດ້ປະກອບສ່ວນເຂົ້າໃນເປົ້າໝາຍລວມຂອງ APEC ສ້າງປະຊາຄົມອາຊີ - ປາຊີຟິກ ຂະຫຍັນຂັນເຄື່ອນ, ກົມກຽວ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ນັ້ນແມ່ນຄຳຢືນຢັນຂອງທ່ານປະລິນຍາເອກ Desr Percaya ຫົວໜ້າກົມພາກພື້ນອາຊີ - ປາຊີຟິກ ແລະ ອາຟຣິກາ ສັງກັດກະຊວງການຕ່າງປະເທດ ອິນໂດເນເຊຍ ໃນການແລກປ່ຽນຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ອິນໂດເນເຊຍ. ທ່ານປະລິນຍາເອກ Desr Percaya ຢືນຢັນວ່າ: ອິນໂດເນເຊຍ ສະໜັບສະໜູນບັນດາບຸລິມະສິດຂອງ ຫວຽດນາມ ດ້ວຍຫົວຂໍ້ວ່າ: “ສ້າງກຳລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມ”. ບັນດາບຸລິມະສິດມີສ່ວນກ່ຽວຂ້ອງຫລາຍທີ່ສຸດເຖິງບັນດາສິ່ງທ້າທາຍໃນປັດຈຸບັນ ແລະ ພວມພົ້ນເດັ່ນຂຶ້ນ, ກໍ່ຄືບັນດາຄວາມມານະພະຍາຍາມຂອງ APEC ໃນການຊຸກຍູ້ການເຕີບໂຕ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ.
(ແຫຼ່ງຄັດຈາກ VOV)