• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

APEC 2017: ສື່ມວນຊົນສາກົນ ສືບຕໍ່ຍ້ອງຍໍຊົມເຊີຍຜົນສຳເລັດດ້ານການທູດຂອງ ຫວຽດນາມ

      ເຖິງວ່າສັບປະດາຂັ້ນສູງ APEC 2017 ໄດ້ສິ້ນສຸດລົງແລ້ວກໍ່ຕາມ, ແຕ່ວົງການສື່ມວນຊົນ ແລະ ບັນດານັກຮຽນຮູ້ສາກົນ ຍັງຄົງສືບຕໍ່ມີບັນດາບົດຂຽນ ຕີລາຄາວຽກງານການຈັດຕັ້ງ, ກໍ່ຄືບົດບາດ ແລະ ທີ່ຕັ້ງຂອງປະເທດເຈົ້າພາບ ຫວຽດນາມ.

ກອງປະຊຸມ ຂັ້ນສູງ APEC 2017 (ພາບ: TTXVN)
      ວາລະສານ The Diplomat ກໍ່ຄັດສະເໜີບົດຂຽນ ສັງເກດ ຫວຽດນາມ ອີກເທື່ອໜຶ່ງໄດ້ພິສູດໃຫ້ເຫັນທັກສະການທູດ ເມື່ອສ້າງການພົວພັນຢ່າງດຸ່ນດ່ຽງກັນ 2 ປະເທດມະຫາອຳນາດແມ່ນ ຈີນ ແລະ ອາເມລິກາ ເພື່ອຮັບປະກັນຜົນປະໂຫຍດແຫ່ງຊາດ.
        ໃນຂະນະນັ້ນ, ໜັງສືພິມ Newa Strait Times ຂອງ ສິງກະໂປ ວັນທີ 16 ພະຈິກ ໄດ້ອັບເດດບົດຂຽນກ່ຽວກັບພາລະກິດປ່ຽນແປງໃໝ່ຂອງ ຫວຽດນາມ ຂອງທ່ານລັດຖະມົນຕີການຄ້າສາກົນ ແລະ ອຸດສາຫະກຳ ມາເລເຊຍ Mustapa Mohammed ໃນນັ້ນ ໄດ້ເນັ້ນໜັກເຖິງຫລາຍປະເທດອື່ນໆ ໃນນັ້ນ ມີ ມາເລເຊຍ ສາມາດຖອດຖອນບົດຮຽນຈາກ ຫວຽດນາມ ປະເທດເຈົ້າພາບກອງປະຊຸມສຸດຍອດ APEC 2017.
        ກ່ອນໜ້ານັ້ນ, ວາລະສານ The Independent ຂອງ ອັງກິດ ກໍ່ມີບົດຂຽນຕີລາຄາສູງການປະກອບສ່ວນຂອງ ຫວຽດນາມ ເຂົ້າໃນການເຕີບໂຕກວມລວມຢູ່ພາກພື້ນ ເມື່ອ ຫວຽດນາມ ສະເໜີຫົວຂໍ້ ແລະ ບັນດາບຸລິມະສິດຂອງປີ APEC 2017.
 (ແຫຼ່ງຄັດຈາກ VOV)

ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ສ້າງ​ຂີດ​ໝາຍ​ອັນ​ຍິ່ງ​ໃຫຍ່​ຂອງ​ຍຸ​ກ​ສະ​ໄໝ

ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ສ້າງ​ຂີດ​ໝາຍ​ອັນ​ຍິ່ງ​ໃຫຍ່​ຂອງ​ຍຸ​ກ​ສະ​ໄໝ

ວັນທີ 07 ພຶດສະພາ, ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (ວັນທີ 07 ພຶດສະພາ 1954 – 07 ພຶດສະພາ 2024) ຂຶ້ນຢ່າງສົມກຽດ, ເຊິ່ງເປັນໄຊຊະນະໄດ້ສ້າງຂີດໝາຍໃນປະຫວັດສາດໂລກ. ໄຊຊະນະ ດ້ຽນບຽນຝູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫຼ່ງລະດົມກຳລັງໃຈຢ່າງໃຫຍ່ຫຼວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ. ໄຊຊະນະ ດ້ຽນບຽນຝູ ຊຸກຍູ້ຂະບວນການປົດປ່ອຍຊາດທົ່ວໂລກບັນລຸໄດ້ໄຊຊະນະຢ່າງສົມບູນ.

Top