• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

APEC 2017 ຍົກສູງທີ່ຕັ້ງ ແລະ ບົດບາດຂອງ ຫວຽດນາມ ໃນເວທີສາກົນ

      ວັນທີ 1 ພະຈິກ, ຢູ່ນະຄອນຫຼວງ ມົດສະກູ, ປະເທດ ລັດເຊຍ, ສູນຄົ້ນຄ້ວາ ຫວຽດນາມ ແລະ ອາຊຽນ ໄດ້ຈັດຕັ້ງກອງປະຊຸມສຳມະນາໂຕະມົນດ້ວຍຫົວຂໍ້ “ເວທີປາໄສ APEC 2017 ຢູ່ ຫວຽດນາມ: ບັນດາກາລະໂອກາດພັດທະນາພາກພື້ນ”. 

ປະທານປະເທດ ເຈີ່ນດ້າຍກວາງ ເຂົ້າຮ່ວມພິທີກວດກາວຽກງານກະກຽມ APEC
      ກອງປະຊຸມສຳມະນາໄດ້ດຶງດູດການເຂົ້າຮ່ວມຂອງນັກຊ່ຽວຊານແຖວໜ້າໃນຂົງເຂດຄົ້ນຄ້ວາ ຫວຽດນາມ, APEC ແລະ ອາຊີ ເປັນຈຳນວນຫຼວງຫຼາຍ. ທີ່ກອງປະຊຸມສຳມະນາບັນດານັກຊ່ຽວຊານ ໄດ້ສຸມໃສ່ປຶກສາຫາລື ບັນດາຜົນງານຂອງ ຫວຽດນາມ ພາຍຫຼັງ 30 ປີແຫ່ງການປ່ຽນໃໝ່; ຫັນບັນດາການເຄື່ອນໄຫວເສດຖະກິດການຕ່າງປະເທດເປັນຫຼາຍຮູບຫຼາຍແບບ, ມີລັກສະນະຫຼາຍຮູບຫຼາຍສີໃນນະໂຍບາຍການຕ່າງປະເທດ, ການເຊື່ອມໂຍງຂອງພື້ນຖານເສດຖະກິດພາກພື້ນ ແລະ ສາກົນຂອງ ຫວຽດນາມ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ສາດສະດາຈານ, ປອ ວິທະຍາສາດ Vladimir Mazyrin, ຜູ້ອຳນວຍການສູນຄົ້ນຄ້ວາ ຫວຽດນາມ ແລະ ອາຊຽນ, ສະຖາບັນຕາເວັນອອກໄກ, ສະພາມະຫາບັນດິດວິທະຍາສາດ ລັດເຊຍ, ໃຫ້ຂໍ້ສັງເກດວ່າ:
        ດ້ວຍຖານະເປັນປະເທດເຂົ້າຮ່ວມເວທີປາໄສ APEC ຄັ້ງນີ້, ຫວຽດນາມ ກໍ່ປາດຖະໜາຢາກປັບປຸງບົດບາດ ແລະ ຜົນສະທ້ອນຂອງຕົນຢູ່ພາກພື້ນ ອາຊີ - ປາຊີຟິກ. ຫວຽດນາມ ກໍ່ແມ່ນໜຶ່ງໃນບັນດາປະເທດມີພື້ນຖານເສດຖະກິດ ພັດທະນາຂະຫຍັນຂັນເຄື່ອນຢູ່ພາກພື້ນ ດ້ວຍລະດັບການເຕີບໂຕສູງ ແລະ ຍືນຍົງ. ຫວຽດນາມ ແລະ ບັນດາປະເທດ ອາຊຽນ ໄດ້ສະແດງໃຫ້ເຫັນບັນດາດັດຊະນີເສດຖະກິດສູງພໍສົມຄວນ, ພ້ອມກັນນັ້ນ, ຫວຽດນາມ ກໍ່ປະກອບ ຫຼາຍຂໍ້ລິເລີ່ມໄດ້ຮັບການປຶກສາຫາລືທີ່ເວທີປາໄສ APEC. ຫວຽດນາມ ກໍ່ແມ່ນແບບຢ່າງຂອງການສົ່ງເສີມ ແລະ ການໜູນຊ່ວຍພັດທະນາບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ, ພ້ອມທັງ ຜັນຂະຫຍາຍປະສິດທິຜົນຮູບແບບເສດຖະກິດນີ້.
 (ແຫຼ່ງຄັດຈາກ VOV)
 

ຂຸດຄົ້ນ, ນຳໃຊ້ບັນດາແຫຼ່ງຊັບພະຍາກອນໃຫ້ມີປະສິດທິຜົນ

ຂຸດຄົ້ນ, ນຳໃຊ້ບັນດາແຫຼ່ງຊັບພະຍາກອນໃຫ້ມີປະສິດທິຜົນ

ວຽກງານເຜີຍແຜ່ກົດໝາຍ ແລະ ສະຕິຄວາມຮັບຜິດຊອບຂອງປະຊາຊົນແມ່ນສຳຄັນທີ່ສຸດ.

Top