• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

APEC 2017: ຈີນ ຮຽກຮ້ອງ APEC ແລະ ອາຊຽນ ພ້ອມກັນຮ່ວມມື

      ກ່າວຄຳເຫັນທີ່ການພົບປະບໍ່ເປັນທາງການລະຫວ່າງບັນດາການນຳ APEC ແລະ ອາຊຽນ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ສະເໜີໃຫ້ APEC ແລະ ອາຊຽນ ພ້ອມກັນຮ່ວມມືຊຸກຍູ້ການເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ.

ທ່ານປະທານປະເທດ ຈີນ ສືຈິ້ນຜິງ ກ່າວຄຳເຫັນທີ່ກອງປະຊຸມ
      ເຂົ້າຮ່ວມກອງປະຊຸມສຸດຍອດ ເວທີປາໄສເສດຖະກິດ ອາຊີ - ປາຊີຟິກ (APEC) 2017 ຢູ່ ດ່ານັ້ງ, ຫວຽດນາມ, ວັນທີ 10 ພະຈິກ, ທ່ານປະທານປະເທດ ຈີນ ສີຈີ້ນຜິງ ຮຽກຮ້ອງໃຫ້ມີການຮ່ວມມືແໜ້ນແຟ້ນກ່ວາອີກລະຫວ່າງ APEC ແລະ ອາຊຽນ. ກ່າວຄຳເຫັນທີ່ການພົບປະບໍ່ເປັນທາງການລະຫວ່າງບັນດາການນຳ APEC ແລະ ອາຊຽນ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ສະເໜີໃຫ້ APEC ແລະ ອາຊຽນ ພ້ອມກັນຮ່ວມມືຊຸກຍູ້ການເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ. ຕາມທ່ານແລ້ວ, 2 ຝ່າຍຄວນມານະພະຍາຍາມສ້າງພື້ນຖານເສດຖະກິດເປີດຢູ່ ອາຊີ ແລະ ປາຊີຟິກ ກໍ່ຄືກອບຮ່ວມມືພາກພື້ນບົນພື້ນຖານການປຶກສາຫາລືຢ່າງສະເໝີພາບ, ພ້ອມກັນເຂົ້າຮ່ວມ ແລະ ພ້ອມກັນຮັບຜົນປະໂຫຍດ ດ້ວຍວິໄສທັດກ່ຽວກັບເຂດການຄ້າເສລີຢູ່ ອາຊີ - ປາຊີຟິກ.
        ທ່ານປະທານປະເທດ ຈີນ ສີຈີ້ນຜິງ ຖະແຫຼງວ່າ ຈີນ ພ້ອມແລ້ວກັບ ອາຊຽນ ປະຕິບັດ ບັນດາການເຈລະຈາກ່ຽວກັບສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃຫ້ສຳເລັດໂດຍໄວ, ພ້ອມທັງຢືນຢັນຄືນໃໝ່ຫຼັກໝັ້ນຂອງ ປັກກິ່ງ ວ່າ ອາຊຽນ ຕ້ອງສວມບົດບາດຕົ້ນຕໍໃນວິວັດທະນາການເຈລະຈາ. ທ່ານເນັ້ນໜັກວ່າ ໂດຍແມ່ນຄູ່ຮ່ວມມືຍຸດທະສາດ ຂອງ ອາຊຽນ, ຈີນ ສະໜັບສະໜູນສ້າງປະຊາຄົມ ອາຊຽນ ແລະ ບົດບາດພື້ນຖານຂອງ ອາຊຽນ ໃນການຮ່ວມມືພາກພື້ນ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top