• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

APEC 2017: ດ່າໜັງ ກຽມພ້ອມຈັດຕັ້ງໃຫ້ສັບປະດາຂັ້ນສູງ APEC 2017

      ສັບປະດາຂັ້ນສູງ APEC 2017 ຈະຖືກຈັດຕັ້ງຢູ່ນະຄອນ ດ່າໜັງ ໃນເດືອນ ພະຈິກ ຈະມາເຖິງ. ສັບປະດາຂັ້ນສູງ APEC 2017 ຢູ່ ດ່າໜັງ ໄດ້ຮັບຄວາມມຸ່ງຫວັງວ່າ ຈະປະກອບສ່ວນສ້າງຂີດໝາຍ, ໂຄສະນາຮູບພາບກ່ຽວກັບປະເທດ ແລະ ຊາວ ຫວຽດນາມ…

ດ່າໜັງ ກຽມພ້ອມຈັດຕັ້ງໃຫ້ສັບປະດາຂັ້ນສູງ APEC 2017 ພາບ: TTXVN
      ມາຮອດປະຈຸບັນ, ດ່າໜັງ ໄດ້ສຳເລັດໂດຍພື້ນຖານບັນດາກິດຈະກຳຮາກຖານວັດຖຸ ເພື່ອຮັບໃຊ້ສັບປະດາຂັ້ນສູງ APEC 2017. ຕາມຄະນະໂຄສະນາສຶກສານະຄອນ ດ່າໜັງ ແລ້ວ, ເຫດການສຳຄັນຍິ່ງດັ່ງກ່າວ ຈະສ້າງກາລະໂອກາດໃຫ້ບັນດາວິສາຫະກິດທ້ອງຖິ່ນສະໜອງສິນຄ້າ, ການບໍລິການຮັບໃຊ້ບັນດາການເຄື່ອນໄຫວຂອງ APEC 2017 ຢູ່ ດ່າໜັງ; ພ້ອມທັງ ໂຄສະນາເຄື່ອງໝາຍການຄ້າ, ເຊື່ອມຕໍ່ກັບວິສາຫະກິດສາກົນ…ພ້ອມກັນນັ້ນ ນີ້ກໍ່ແມ່ນໂອກາດເພື່ອການລົງທຶນພັດທະນາພື້ນຖານໂຄງລ່າງນະຄອນ, ປັບປຸງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈໃຫ້ປະຊາຊົນ.
        ຄາດວ່າ ມີຜູ້ແທນຊຶ່ງແມ່ນບັນດາການນຳຂອງ 21 ພື້ນຖານເສດຖະກິດສະມາຊິກ APEC, ບັນດາວິສາຫະກິດ ແລະ ສື່ມວນຊົນສາກົນປະມານ 10.000 ຄົນ ຈະມາ ດ່າໜັງ ເຂົ້າຮ່ວມສັບປະດາຂັ້ນສູງ APEC 2017.
(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top