• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

APEC ຢືນຢັນຄວາມສະເໝີພາບລະຫວ່າງຍິງ -ຊາຍ ແມ່ນໃຈກາງຂອງການພັດທະນາເສດຖະກິດ ແລະ ແຫຼ່ງຊັບພະຍາກອນມະນຸດ

      ຕອນເຊົ້າວັນທີ 29 ກັນຍາ, ຢູ່ນະຄອນ ເຫ້ວ, ແຂວງ ເທື່ອທຽນ - ເຫ້ວ ໄດ້ຈັດຕັ້ງການສົນທະນານະໂຍບາຍຂັ້ນສູງກ່ຽວກັບແມ່ຍິງ ແລະ ເສດຖະກິດໃນ APEC ດ້ວຍການເຂົ້າຮ່ວມຂອງບັນດາລັດຖະມົນຕີ, ຫົວໜ້າຄະນະ ແລະ ຜູ້ແທນບັນດາພື້ນຖານເສດຖະກິດ APEC. 

ການສົນທະນານະໂຍບາຍຂັ້ນສູງກ່ຽວກັບແມ່ຍິງ ແລະ ເສດຖະກິດໃນ APEC
      ທີ່ເວທີປາໄສ, ບັນດາຜູ້ແທນໄດ້ຮັບຟັງ ແລະ ປຶກສາຫາລືກ່ຽວກັບບົດລາຍງານສັງລວມໝາກຜົນຂອງບັນດາກອງປະຊຸມສົນທະນາພາກລັດ - ເອກະຊົນ ກ່ຽວກັບແມ່ຍິງ ແລະ ເສດຖະກິດ; ກອງປະຊຸມຄູ່ຮ່ວມມືນະໂຍບາຍແມ່ຍິງ ແລະ ເສດຖະກິດ… ທີ່ການສົນທະນາ, ທ່ານ ດ່າວງອັກຢູງ, ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ, ໃຫ້ຮູ້ວ່າ:
        “ຫວຽດນາມ ກໍ່ຄືຫຼາຍພື້ນຖານເສດຖະກິດໃນ APEC ພວມຕ້ອງປະເຊີນໜ້າກັບເສດຖະກິດເຕີບໂຕຢ່າງຊັກຊ້າລົງ. ດັ່ງນັ້ນ, ການຊຸກຍູ້ບັນດາການປະຕິຮູບເສດຖະກິດ ແລະ ສືບຕໍ່ຮັບປະກັນບັນດາຄວາມກ້າວໜ້າກ່ຽວກັບເສດຖະກິດ - ສັງຄົມແມ່ນສຳຄັນທີ່ສຸດ. ບັນດາຍຸດທະສາດການເຕີບໂຕກວມລວມ ແລະ ຍືນຍົງຈະແມ່ນຂໍ້ກຸນແຈເພື່ອໃຫ້ພວກເຮົາປະຕິບັດການລົງລ້າງຄວາມທຸກຍາກ, ຫລຸດຜ່ອນການຂາດຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ຊຸກຍູ້ການພັດທະນາເປັນມິດກັບສິ່ງແວດລ້ອມ.”
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top