• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

AMM53: ກຳປູເຈຍ ຕີລາຄາສູງຂໍ້ລິເລີ່ມ FOA ຂອງ ຫວຽດນາມ

ວັນທີ 10 ກັນຍາ, ກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ ໄດ້ອອກແຈ້ງການກ່ຽວກັບກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 53 (AMM 53) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງໄດ້ຈັດຕັ້ງຕາມຮູບການທາງອອນລາຍໃນລະຫວ່າງວັນທີ 9 – 12 ກັນຍາ ເຊິ່ງ ຫວຽດນາມ ສວມບົດບາດເປັນປະທານ ອາຊຽນ ໃນປີນີ້.

ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ Prak Sokhonn (ພາບ: khmertimeskh.com)

ໃນບົດກ່າວປາໄສຂອງຕົນ, ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ Prak Sokhonn ຖືວ່າ: ອາຊຽນ ຮ່ວມແຮງຮ່ວມໃຈສ້າງຕັ້ງ “ແລວທາງໄປມາ” ແນໃສ່ຊຸກຍູ້ການເຄື່ອນໄຫວໄປມາດຳເນີນທຸລະກິດເທື່ອລະກ້າວ ແລະ ມີຄວາມປອດໄພໃນໄລຍະເກີດໂລກລະບາດໂຄວິດ-19. ທ່ານລັດຖະມົນຕີ Prak Sokhonn ກໍ່ໃຫ້ຮູ້ວ່າ: ສູນການກະທຳລະເບີດພາກພື້ນ ອາຊຽນ (ARMAC) ຈະມີຫົວໜ້າຝ່າຍບໍລິຫານຄົນໃໝ່ໃນກາງເດືອນ ຕຸລາ ແລະ ຕີລາຄາສູງຂໍ້ລິເລີ່ມຂອງ ຫວຽດນາມ ກ່ຽວກັບການສ້າງຕັ້ງ “ກຸ່ມເພື່ອນມິດຂອງ ARMAC” (FOA) ເພື່ອລະດົມການສະໜັບສະໜູນໃຫ້ແກ່ສູນດັ່ງກ່າວ.
(ແຫຼ່ງຄັດຈາກ VOV)

ຮູບ​ເງົາ ຝົນ​ແດງ ແນະ​ນຳ​ທາງ​ໂທ​ລະ​ພາບ

ຮູບ​ເງົາ “ຝົນ​ແດງ” ແນະ​ນຳ​ທາງ​ໂທ​ລະ​ພາບ

ນີ້ແມ່ນຮູບເງົາກ່ຽວກັບຫົວຂໍ້ສົງຄາມປະຕິວັດ, ວາດພາບໄລຍະ 81 ວັນແລະຄືນຕໍ່ສູ້ກັບສັດຕູຢ່າງດຸເດືອນຢູ່ ກຳແພງເກົ່າ ກວ໋າງຈິໃນປີ 1972, ອີງຄາມຜົນງານຂອງນັກປະພັນ ຈຸລາຍ.

Top