• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

AIPA 2020: ຍູ້ແຮງການຮ່ວມມືລັດຖະສະພາໃນຂົງເຂດການສຶກສາ, ວັດທະນະທຳເພື່ອການພັດທະນາແບບຍືນຍົງ

ໃນຂອບເຂດປີ ຫວຽດນາມ ເປັນປະທານສະພາລັດຖະສະພາລະຫວ່າງບັນດາປະເທດ ອາຊຽນ (AIPA) ອາຍຸການ 2019 – 2020, ຕອນບ່າຍວັນທີ 30 ກໍລະກົດ, ສະພາແຫ່ງຊາດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍຂຶ້ນດ້ວຍຫົວຂໍ້ວ່າ “ຄູ່ຮ່ວມມືລັດຖະສະພາກ່ຽວກັບການຮ່ວມມືການສຶກສາ, ວັດທະນະທຳ ເພື່ອການພັດທະນາແບບຍືນຍົງ” (AIPA - ECC).
 
ກອງປະຊຸມທາງອອນລາຍຂຶ້ນດ້ວຍຫົວຂໍ້ວ່າ “ຄູ່ຮ່ວມມືລັດຖະສະພາກ່ຽວກັບການຮ່ວມມືການສຶກສາ, ວັດທະນະທຳ ເພື່ອການພັດທະນາແບບຍືນຍົງ” (ພາບ: TTXVN)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຟູ່ງກວ໊ກຫ໋ຽນ ຊີ້ແຈ້ງວ່າ: ດ້ວຍບົດບາດເປັນນັກສ້າງກົດໝາຍ, ກອງປະຊຸມຄວນມີການກະທຳ ເພື່ອປະຕິບັດຄວາມຮັບຜິດຊອບ ແລະ ຄຳໝັ້ນສັນຍາຕໍ່ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ເຊິ່ງໄດ້ຮັບການຢັ້ງຢືນໃນຖະແຫຼງການຮ່າໂນ້ຍ ທີ່ກອງປະຊຸມສະມັດຊາໃຫຍ່ IPU-132 ດ້ວຍຫົວຂໍ້ “ບັນດາເປົ້າໝາຍພັດທະນາແບບຍືນຍົງ: ຫັນຄຳເວົ້າເປັນການກະທຳ” ເມື່ອເດືອນ ເມສາ 2015. ກອງປະຊຸມຄັ້ງນີ້ ຈະສຸມໃສ່ຫົວເລື່ອງການຮ່ວມມືດ້ານການສຶກສາ ແລະ ວັດທະນະທຳ, ແມ່ນບັນດາບັນຫາໃຫຍ່ ທີ່ມີຄວາມໝາຍໃນການສ້າງປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ.

        ທີ່ກອງປະຊຸມ, ຜູ້ຕາງໜ້າຄະນະຜູ້ແທນ ຫວຽດນາມ ໄດ້ສະເໜີໃຫ້ເຫັນຄວາມຈຳເປັນ ຕ້ອງຈັດຕັ້ງກອງປະຊຸມປະຈຳປີຂອງ AIPA ໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດໃຫ້ປະກົດຜົນເປັນຈິງ ແລະ ໃນການຮ່ວມມືດ້ານການສຶກສາ, ວັດທະນະທຳ ເພື່ອການພັດທະນາແບບຍືນຍົງ; ຊຸກຍູ້ການຮ່ວມມືລະຫວ່າງບັນດາລັດຖະສະພາສະມາຊິກ AIPA…ຄະນະຜູ້ແທນ ຫວຽດນາມ ກໍ່ສະເໜີສ້າງກົນໄກຕິດຕາມກວດກາຂອງ AIPA ໃຫ້ສຳເລັດ ເພື່ອຊຸກຍູ້ ອາຊຽນ ປະຕິບັດຄຳໝັ້ນສັນຍາພາກພື້ນກ່ຽວກັບການສຶກສາ, ວັດທະນະທຳ ພ້ອມທັງສະເໜີສ້າງແຜ່ນທີ່ມໍລະດົກວັດທະນະທຳ ເພື່ອອະນຸລັກຮັກສາສະຖານທີ່ ແລະ ວັດທະນະທຳຊົນຊາດຕົນໃຫ້ຢູ່ສະພາບເດີມ; ສ້າງເສັ້ນທາງເດີນມໍລະດົກວັດທະນະທຳ ແນໃສ່ເຊື່ອມຕໍ່ການແລກປ່ຽນບັນດາພື້ນຖານວັດທະນະທຳ ອາຊຽນ.

ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top