• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ADB ໜູນຊ່ວຍຫວຽດນາມຊຸກຍູ້ການພັດທະນາການທ່ອງທ່ຽວຢູ່ບັນດາເຂດຕົວເມືອງລະດັບ 2

      ວັນທີ 10 ທັນວາ, ທະນາຄານພັດທະນາອາຊີ (ADB) ໄດ້ແຈ້ງໃຫ້ຊາບວ່າ, ADB ໄດ້ອະນຸມັດຜ່ານບ້ວງເງິນກູ້ຢືມທີ່ມີມູນຄ່າ 45 ລ້ານ USD ໃນໂຄງການພັດທະນາພື້ນຖານໂຄງລ່າງດ້ານການທ່ອງທ່ຽວໜູນຊ່ວຍໃຫ້ແກ່ການເຕີບໂຕຮອບດ້ານຂົງເຂດອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ (GMS) ໄລຍະ 2
ເພື່ອຊ່ວຍຫວຽດນາມ ຫັນປ່ຽນບັນດາເຂດຕົວເມືອງລະດັບ 2 ໃຫ້ກາຍເປັນບັນດາສະຖານທີ່ທ່ອງທ່ຽວມີລັກສະນະແກ່ງແຍ້ງ ແລະ ພັດທະນາ. ໂຄງການຈະກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມ ແລະ ເຂດຕົວເມືອງຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ຈຳເປັນ ເພື່ອຊ່ວຍເພີ່ມຈຳນວນນັກທ່ອງທ່ຽວ ແລະ ການເຄື່ອນໄຫວລົງທຶນໃຫ້ແກ່ບັນດາການບໍລິການດ້ານການທ່ອງທ່ຽວຢູ່ບັນດາແຂວງຄື: ຮ່ວາບິ່ງ, ເງະອານ, ກວາງບິ່ງ, ກວາງຈີ້ ແລະ ເທື່ອທຽນ - ເຫ້ວ. ພ້ອມກັນນັ້ນ, ຜ່ານການຝຶກອົບຮົມ, ໂຄງການກໍ່ຊ່ວຍຮັບປະກັນການຄຸ້ມຄອງການທ່ອງທ່ຽວຢູ່ບັນດາເຂດໂຄງການທີ່ຕອບສະນອງມາດຕະຖານຂອງອາຊຽນ.
        ໂຄງການກໍ່ຈະພັດທະນາສະພາບແວດລ້ອມເຂດຕົວເມືອງຂຽວ ແລະ ຝັ່ງທະເລຢູ່ບັນດາແຂວງດັ່ງກ່າວ, ອາດຈະນຳມາເຊິ່ງຜົນປະໂຫຍດໃຫ້ປະຊາຊົນປະມານ 168.000 ຄົນ ແລະ ນັກທ່ອງທ່ຽວກວ່າ 8 ລ້ານຄົນໃນແຕ່ລະປີ.
 (ແຫຼ່ງຄັດຈາກ VOV)

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ.

Top