• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ACMECS ປັບປຸງຄວາມສາມັກຄີ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ຊຸກຍູ້ສຽງເວົ້າລວມຂອງບັນດາປະເທດສະມາຊິກ

ດ້ວຍວິໄສທັດສ້າງແມ່ນ້ຳຂອງໃຫ້ກາຍເປັນສູນກາງການຜະລິດທີ່ມີຄຸນນະພາບສູງ, ມີນະວັດຕະກຳ ແລະ ພັດທະນາແບບຍືນຍົງ, ນາຍົກລັດຖະມົນຕີໄດ້ສະເໜີເພີີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາສູນການຜະລິດ, ທ່າກຳປັ່ນ, ດ່າຍຊາຍແດນ
  ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ກ່າ​ວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: VNA)  

ຍາມ​ໃດ ຫວຽດນາມ ກໍ​ຖື​ເປັນ​ສຳ​ຄັນ ແລະ ​ຕັ້ງ​ໜ້າປະ​ກອບ​ສ່ວນ​ເຂົ້າ​ໃນ​ອະ​ນຸ​ພາກ​ພື້ນ​ແມ່ນ້ຳຂອງ, ຕີລາຄາສູງຕໍ່ບົດບາດຂອງ ACMECS ໃນການປັບ​ປຸງ​ຄວາມ​ສາ​ມັກ​ຄີ, ເພີີ່ມ​ທະ​ວີຄວາມໄວ້ເນື້ອເຊື່ອໃຈ ແລະ ​ຊຸກ​ຍູ້​ສຽງ​ເວົ້າ​ລວມ​ຂອງຫ້າປະເທດສະ​ມາ​ຊິກ. ນີ້​ແມ່​ນ​ຄຳ​ຢືນຢັນຂອງ ​ທ່ານ ເລ​ມິງ​ຮຶງ, ນາຍົກລັດຖະມົນຕີ ຫວຽດ​ນາມ ໃນຕອນບ່າຍວັນ​ທີ 28 ພະຈິກ, ຢູ່ ຮ່າໂນ້ຍ, ​ໃນ​ບົດ​ກ່າວ​ປາ​ໄສ​ທີ່ກອງປະຊຸມສຸດຍອດຍຸດທະສາດການຮ່ວມມືເສດຖະກິດ ອະຣະວາດີ - ເຈົ້າພະຍາ - ແມ່ນ້ຳຂອງ (ACMECS) ຄັ້ງທີ 11.

ດ້ວຍວິໄສທັດສ້າງແມ່ນ້ຳຂອງໃຫ້ກາຍເປັນສູນກາງການຜະລິດທີ່ມີຄຸນນະພາບສູງ, ມີນະວັດຕະກຳ ແລະ ​ພັດ​ທະ​ນາແບບຍືນຍົງ, ນາຍົກລັດຖະມົນຕີໄດ້ສະເໜີ​ເພີີ່ມ​ທະ​ວີການເຊື່ອມຕໍ່ລະຫວ່າງ​ບັນ​ດາສູນການຜະລິດ, ທ່າກຳ​ປັ່ນ, ​ດ່າຍຊາຍແດນ ແລະ ຕະຫຼາດ; ພັດທະນາແລວເສດຖະກິດ, ເຊື່ອມຕໍ່ພື້ນຖານໂຄງລ່າງຄົມ​ມະ​ນາ​ຄົມ​ຂົນ​ສົ່ງຍຸດທະສາດ. ທ່ານນາຍົກລັດຖະມົນຕີກໍ່​ສະ​ເໜີໃຫ້ຄົ້ນຄວ້າການ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ລວມ​ໃຫ້​ແກ່ "ຜະລິດຕະພັນກະ​ເສດແມ່ນໍ້າຂອງ"; ​ເພີ່ມ​ທະ​ວີ​ການຄຸ້ມຄອງ​ຊັບ​ພະ​ຍາກອນນໍ້າແບບຍືນຍົງ, ການປົກ​ປັກ​ຮັກ​ສາສິ່ງແວດລ້ອມ, ​ການ​ຮັບ​ມື​ກັບ​ໄພ​ພິບັດ ແລະ ຊຸກ​ຍູ້ສົ່ງເສີມການເຕີບໂຕສີຂຽວ.

​ສິ້​ນ​ສຸດກອງປະຊຸມ, ​​ບັນ​ດາການນຳໄດ້ຮັບຮອງເອົາຖະແຫຼງການຮ່ວມ Nay Pyi Taw, ​ກຳ​ນົດ​ທິ​ດທາງ​ການຮ່ວມມືໃນໄລ​ຍະ​ຈະມາ​ເຖິງ.

(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີ ລາວ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ CLMV-12 ແລະ ACMECS-11

ນາຍົກລັດຖະມົນຕີ ລາວ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ CLMV-12 ແລະ ACMECS-11

ທີ່ບັນດາການພົບປະ, ການນຳຂອງສອງປະເທດໄດ້ຢືນຢັນຄວາມສຳຄັນໃນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ ແລະ ລາວ

Top