• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ABAC III ຈະຈັດຂຶ້ນຢູ່ນະຄອນ ຫາຍຟ່ອງ

ນີ້ກໍ່ແມ່ນໂອກາດເພື່ອໃຫ້ ຫວຽດນາມ ຢືນຢັນບົດບາດຕັ້ງໜ້າໃນວິວັດການເຊື່ອມໂຍງດ້ານເສດຖະກິດພາກພື້ນ
(ທີ່ກອງປະຊຸມຖະແຫຼງຂ່າວ)

ກອງປະຊຸມຄັ້ງທີ 3 ສະພາໃຫ້ຄຳປຶກສາດຳເນີນທຸລະກິດ APEC (ABAC III) ແລະ ບັນດາເຫດການທີ່ກ່ຽວຂ້ອງຈະຈັດຂຶ້ນແຕ່ວັນທີ 15 – 18 ກໍລະກົດ, ຢູ່ນະຄອນ ຫາຍຟ່ອງ. ນີ້ແມ່ນຂໍ້ມູນທີ່ໄດ້ປະກາດທີ່ກອງປະຊຸມຖະແຫຼງຂ່າວແນະນຳ ABAC III ແລະ ບັນດາເຫດການທີ່ກ່ຽວຂ້ອງໂດຍສະພາໃຫ້ຄຳປຶກສາດຳເນີນທຸລະກິດ APEC ຫວຽດນາມ (ABAC Vietnam) ສົມທົບກັບຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ ຈັດຂຶ້ນຢູ່ ຮ່າໂນ້ຍ ໃນວັນທີ 19 ມິຖຸນາ.

ABAC III ແມ່ນໜຶ່ງໃນ 4 ກອງປະຊຸມທາງການຂອງ ABAC ໃນປີ 2025, ແຫ່ງທີ່ບັນດາສະມາຊິກປຶກສາຫາລື ແລະ ເປັນເອກະພາບຂໍ້ສະເໜີແນະດ້ານນະໂຍບາຍເພື່ອຍື່ນສະເໜີຕໍ່ບັນດາການນຳ ເວທີປາໄສການຮ່ວມມືເສດຖະກິດ  ອາຊີ - ປາຊີຟິກ (APEC) ແລະ ໜັງສືສົ່ງເຖິງບັນດາລັດຖະມົນຕີ APEC. ຄາດວ່າ, ຈະມີຜູ້ແທນປະມານ 250 ທ່ານທີ່ມາຈາກ 21 ພື້ນຖານເສດຖະກິດສະມາຊິກ APEC ເຂົ້າຮ່ວມເຫດການ.

ນີ້ກໍ່ແມ່ນໂອກາດເພື່ອໃຫ້ ຫວຽດນາມ ຢືນຢັນບົດບາດຕັ້ງໜ້າໃນວິວັດການເຊື່ອມໂຍງດ້ານເສດຖະກິດພາກພື້ນ, ພ້ອມກັນນັ້ນ ກໍ່ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ດ້ວຍບັນດາຫຼັກການດ້ານການຄ້າເສລີ, ການພັດທະນາກວມລວມ ແລະ ຍືນຍົງ, ບັນດາຄຸນຄ່າແກ່ນສານເຊິ່ງ APEC ແລະ ABAC ພ້ອມກັບເດີນຕາມ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top