• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

8 ແຂວງທາງທິດຕາເວັນຕົກສ່ຽງເໜືອຫວຽດນາມ ເປີດກວ້າງການຮ່ວມມືກະຕຸ້ນຄວາມຕ້ອງການໄປທ່ຽວພາຍຫຼັງ ໂຄວິດ - 19

      ພິທີປຸກລະດົມລາຍການກະຕຸ້ນການຄວາມຕ້ອງການໄປທ່ຽວ ເຂດຕາເວັນຕົກສ່ຽງເໜືອ ຫວຽດນາມຖືກດໍາເນີນໃນວັນທີ 12 ມິຖຸນາ ຢູ່ນະຄອນຫຼວງຮ່າໂນ້ຍ. 

ພິທີປຸກລະດົມລາຍການກະຕຸ້ນການຄວາມຕ້ອງການໄປທ່ຽວ ເຂດຕາເວັນຕົກສ່ຽງເໜືອ ຫວຽດນາມ  (ພາບ: hanoimoi.com.vn)
      ພິທີປຸກລະດົມລາຍການກະຕຸ້ນການຄວາມຕ້ອງການໄປທ່ຽວ ເຂດຕາເວັນຕົກສ່ຽງເໜືອ ຫວຽດນາມ ໂດຍສະຫະສະມາຄົມການທ່ອງທ່ຽວຫວຽດນາມ ສົມທົບກັບ 8 ແຂວງຢູ່ເຂດຕາເວັນຕົກສ່ຽງເໜືອຫວຽດນາມ ເປີດກວ້າງ ເຊິ່ງລວມມີ  ຮວ່າບິ່ງ, ເຊີນລາ, ດ້ຽນບຽນ, ລາຍເຈົາ, ລ່າວກາຍ, ຝູເທາະ, ອຽນບ໊າຍ ແລະ ຮ່າຢາງ ຖືກດໍາເນີນໃນວັນທີ 12 ມິຖຸນາ ຢູ່ນະຄອນຫຼວງຮ່າໂນ້ຍ ເພື່ອແນໃສ່ປະກອບສ່ວນເຂົ້າໃນການຊຸກຍູ້ການຂຸດຄົ້ນທ່າແຮງບົ່ມຊ້ອນອັນໃຫຍ່ຫຼວງກ່ຽວກັບດ້ານທ່ອງທ່ຽວຂອງເຂດຕາເວັນຕົກສ່ຽງເໜືອ, ປົວແປງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຊົນເຜົ່າໃນບໍລິເວນ ເທື່ອລະກ້າວ. ທ່ານນາງ ຫງວຽນທິແທງເຮືອງ - ຮອງຫົວໜ້າກົມໃຫຍ່ ທ່ອງທ່ຽວຫວຽດນາມ ຊີ້ແຈ້ງວ່າ:
        ເພື່ອຮ່ວມສໍາພັນລະຫວ່າງທ້ອງຖິ່ນຕ່າງໆມີປະສິດທິຜົນກວ່າ ແລະ ເຂົ້າສູ່ລວງເລິກ, ນອກຈາກການເຊື່ອມຕໍ່ລະຫວ່າງບັນດາອົງການຄຸ້ມຄອງລັດແລ້ວ, ຍັງສະເໜີໃຫ້ບັນດາສະຫະສະມາຄົມການທ່ອງທ່ຽວ ເສີມຂະຫຍາຍບົດບາດເປັນຂົວຕໍ່ລະຫວ່າງບັນດາວິສາຫະກິດທ່ອງທ່ຽວຢູ່ຕະຫຼາດ ຮ່າໂນ້ຍ, ຫ໋າຍຟ່ອງ, ກວ໋າງນິງ, ດ່າໜັງ, ນະຄອນໂຮ່ຈີມິນ, ກັບບັນດາວິສາຫະກິດ ແລະ ບັນດາອົງການ, ສ່ວນບຸກຄົນທີ່ສະໜອງການບໍລິການຢູ່ກັບທີ່່ ແລະ ບັນດາແຂວງເຂດຕາເວັນຕົກສ່ຽງເໜືອເປີດກວ້າງກວ່າອີກ, ສ້າງອອກບັນດາຜະລິດຕະພັນທີ່ມີຄຸນນະພາບສູງ, ດ້ວຍລາຄາທີ່ເໝາະສົມ, ມີຄວາມດູດດື່ມ ແລະ ມີຈຸດເປັນເອກະລັກສະເພາະຂອງການທ່ອງທ່ຽວເຂດ”.
(ແຫຼ່ງຄັດຈາກ VOV)
 
 

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top