• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

60 ກໍລະນີຕິດເຊື້ອພະຍາດໂຄວິດ - 19 ໄດ້ມີຜົນລົບ 1 ເທື່ອຂຶ້ນໄປ

      ໄລ່ມາຮອດຕອນເຊົ້າວັນທີ 29 ມີນາ, ຫວຽດນາມ ໄດ້ຢັ້ງຢືນມີ 179 ກໍລະນີຕິດເຊື້ອພະຍາດໂຄວິດ - 19, ໃນນັ້ນ, ມີ 21 ກໍລະນີໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ໄດ້ອອກໂຮງໝໍແລ້ວ.
      
      ສ່ວນ 158 ກໍລະນີ ຍັງເຫຼືອ ສືບຕໍ່ໄດ້ຮັບການປິ່ນປົວຢູ່ຮາກຖານສາທາລະນະສຸກ 20 ແຫ່ງໃນທົ່ວປະເທດ, ສ່ວນຫຼາຍແມ່ນສຸຂະພາບມີອາການເປັນປົກກະຕິ, ໃນນັ້ນ 60 ກໍລະນີ ມີຜົນລົບກັບເຊື້ອໄວຣັດ SARS – CoV - 2 ຢ່າງໜ້ອຍ 1 ເທື່ອຂຶ້ນໄປ. ໃນນັ້ນ, 3 ກໍລະນີ ມີອາການໜັກ ເຊິ່ງພວມປິ່ນປົວຢູ່ໂຮງໝໍພະຍາດເຂດຮ້ອນສູນກາງ ສາຂາກິມຈູງ ກໍມີອາຫານດີຂຶ້ນ.
        ກໍກ່ຽວຂ້ອງເຖິງໂລກລະບາດໂຄວິດ - 19, ຫວຽດນາມ ພວມສຸມໃສ່ຄວບຄຸມໂລກລະບາດດັ່ງກ່າວຢູ່ໂຮງໝໍ ແບກມາຍ, ເຊິ່ງເປັນບ່ອນທີ່ຢັ້ງຢືນມີ 16 ກໍລະນີ ຕິດເຊື້ອໃນຊຸມວັນຜ່ານມາ. ທ່ານ ຫງວຽນກວາງຕ໊ວນ, ຜູ້ອໍານວຍການໂຮງໝໍແບກມາຍ, ໃຫ້ຮູ້ວ່າ:
        ພີ່ນ້ອງຂອງຄົນເຈັບສ່ວນຫຼາຍແມ່ນຢູ່ນອກເຂດກັນພະຍາດ, ສະນັ້ນ ຄວາມສາມາດຕິດແປດລະຫວ່າງພີ່ນ້ອງຂອງຄົນເຈັບນໍາກັນແມ່ນສູງທີ່ສຸດ. ໂດຍປະຕິບັດຕາມຄໍາຊີ້ນໍາຂອງລັດຖະບານ ກໍຄືຂອງນະຄອນຮ່າໂນ້ຍ, ພວກຂ້າພະເຈົ້າໄດ້ສົມທົບກັບກອງທັບ ສົ່ງພີ່ນ້ອງຂອງຄົນເຈັບຈໍານວນ 631 ຄົນ ໄປແຍກຕົວລວມໝູ່ແລ້ວ”.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ຕ້ອງ​ຖື​ຢູ່​ລ​ະ​ດັບ​ຍຸ​ດ​ທະ​ສາດ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ 100 ລ້ານ​ຄົນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ຕ້ອງ​ຖື​ຢູ່​ລ​ະ​ດັບ​ຍຸ​ດ​ທະ​ສາດ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ 100 ລ້ານ​ຄົນ

ເພື່ອຫັນເປົ້າໝາຍການເຕີບໂຕບັນລຸລະດັບ 10%ໃຫ້ປະກົດຜົນເປັນຈິງ, ທ່ານນາຍົກລັດຖະມົນຕີ ຖືວ່າ ບໍ່ພຽງແຕ່ອີງຕາມບັນດາກຳລັງໜູນເຕີບໂຕແບບເກົ່າທີ່ພວມຄ່ອຍໆຮອດລະດັບກຳນົດເທົ່ານັ້ນ ຫາກຍັງຕ້ອງ ຂຸດຄົ້ນປະສິດທິຜົນຂອງບັນດາກຳລັງໜູນເຕີບໂຕໃຫຍ່ຢ່າງສຸດຂີດອີກດ້ວຍ

Top