• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

6 ເດືອນ​ຕົ້ນ​ປີ 2020, ແຂວງ​ນິງ​ບິ່ງ​ປ່ອຍ​ເງິນ​ໄດ້ 42% ​ຈຳ​ນວນເງິນ​ລົງ​ທຶນ​ສາ​ທາ​ລະ​ນະ

ຕອນເຊົ້າວັນທີ 12 ກໍລະກົດ, ຢູ່ນະຄອນນິງບິ່ງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກກັບການນຳຫຼັກແຫຼ່ງແຂວງນິງບິ່ງ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກກັບການນຳຫຼັກແຫຼ່ງແຂວງນິງບິ່ງ (ພາບ:  VGP)

 ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ຊີ້ແຈ້ງວ່າ ນີ້ແມ່ນການລົງກວດກາລະດັບຄວາມຄືບໜ້າການປ່ອຍເງິນລົງທຶນສາທາລະນະເທື່ອທຳອິດຂອງທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະປະຕິບັດງານຢູ່ແຂວງນິງບິ່ງ. ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີໄດ້ສະເໜີການນຳແຂວງ ຕ້ອງໃຫ້ຄຳໝັ້ນສັນຍາລະອຽດກ່ຽວກັບການປ່ອຍເງິນລົງທຶນສາທາລະນະ. ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ໄດ້ຕີລາຄາສູງແຂວງ ນິງບິ່ງ ໄດ້ມີບັນດາບົດຮຽນໃນການປ່ອຍເງິນລົງທຶນສາທາລະນະ, ມີຫຼາຍມາດຕະການປະຕິບັດຢ່າງຂ້ຽວຂາດ, ເປັນເຈົ້າການໃນການບຸກເບີກພື້ນທີ່, ຜູກຮັດຄວາມຮັບຜິດຊອບກັບການນຳຂັ້ນແຂວງ, ນະຄອນ, ຊ່ວຍວຽກງານບຸກເບີກພື້ນທີ່ວ່ອງໄວກວ່າ.
(ແຫຼ່ງຄັດຈາກ VOV)

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ​ການ​ນຳ, ພະ​ລັກ​ງານ, ຄູ​ສອນ ແລະ ນັກ​ສຶກ​ສາ ຂອງ​ໂຮງ​ຮຽນ​ຢຶດ​ໝັ້ນ​ປ່ຽນ​ແປງ​ການ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ໂດຍ​ພື້ນ​ຖານ ແລະ ຮອບ​ດ້ານ; ຍົກ​ສູງ​ຄຸນ​ນະ​ພາບ​ໃນ​ການ​ບຳ​ລຸງ​ສ້າງ​ຕາມ​ມາດ​ຖານ​ສາ​ກົນ​ຢ່າງ​ແທ​້​ຈິງ.

Top