• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

55 ປີແຫ່ງການພົວພັນ ຫວຽດນາມ - ລາວ: ເພີ່ມທະວີການຮ່ວມມືກ່ຽວກັບແຮງງານ, ສັງຄົມ

      ວັນທີ 4/8, ຢູ່ນະຄອນ ດ່ານັ້ງ, ດຳເນີນກອງປະຊຸມລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຫວຽດນາມ - ລາວ ຄັ້ງທີ 5.

 ເພີ່ມທະວີການຮ່ວມມືກ່ຽວກັບແຮງງານ, ສັງຄົມ (ພາບ: VGP)
      ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີ ແຫ່ງວັນສອງປະເທດສ້າງຕັ້ງການພົວພັນທາງການທູດ (5/9/1962-5/9/2017) ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື (18/7/1977-18/7/2017). ທ່ານ ດ່າວງອກຢຸງ, ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ແລະ ທ່ານ ຄຳແພງ ໄຊສົມແພງ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລາວ ໄດ້ເປັນປະທານຮ່ວມກອງປະຊຸມ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ ດ່າວງອກຢຸງ ຊີ້ແຈ້ງວ່າ: ໃນສອງປີຜ່ານມາ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ສືບຕໍ່ໜູນຊ່ວຍກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລາວ ທຶນສຶກສາກໍ່ສ້າງປະລິຍາໂທ, ປະລິຍາຕີ, ຊັ້ນກາງ ແລະ ກໍ່ສ້າງໄລຍະສັ້ນກ່ຽວກັບຂົງເຂດແຮງງານ, ສັງຄົມຢູ່ມະຫາວິທະຍາໄລຕ່າງໆທີ່ຂຶ້ນກັບກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ. ເປັນເຈົ້າການແລກປ່ຽນຄະນະຜູ້ແທນ, ຍູ້ແຮງການຮ່ວມມືກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ບັນດາຮາກຖານກໍ່ສ້າງຂອງລາວ. ທ່ານລັດຖະມົນຕີ ດ່າວງອກຢຸງ ຂອບອົກຂອບໃຈຕໍ່ຄວາມມານະພະຍາຍາມ, ການຮ່ວມມືຢ່າງແໜ້ນແຟ້ນຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລາວ ກັບບັນດາອົງການກ່ຽວຂ້ອງຂອງລາວໃນການຂຸດຄົ້ນ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານອາສາສະໝັກ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດຢູ່ລາວ.
        “ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງພວກຂ້າພະເຈົ້າແມ່ນສຸມໃສ່ຂຸດຄົ້ນ, ທ້ອນໂຮມອັດຖິບັນດານັກຮົບທີ່ເສຍສະຫຼະຊີວິດຢູ່ປະເທດລາວ. ໄລຍະຜ່ານມາ, ພວກຂ້າພະເຈົ້າກໍ່ໄດ້ເຂົ້າຮ່ວມການຂຸດຄົ້ນ, ທ້ອນໂຮມ ແລະ ສົ່ງອັດຖິນັກຮົບເສຍສະຫຼະຊີວິດຈາກລາວກັບເມືອປະເທດ. ໄລຍະຜ່ານມາ, ບັນດາໜ່ວຍປະຕິບັດງານພິເສດຂອງລາວໄດ້ມີການສົມທົບກັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນ“.
        ສ່ວນທ່ານ ຄຳແພງ ໄຊສົມແພງ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລາວ ກໍ່ສະແດງຄວາມຫວັງວ່າ, ການພົວພັນຮ່ວມມືລະຫວ່າງສອງກະຊວງນັບມື້ນັບພັດທະນາ, ກ້າວເຂົ້າສູ່ລວງເລິກໃນທຸກຂົງເຂດຮ່ວມມື, ພິເສດແມ່ນວຽກງານສຳລັບທະຫານເສຍອົງຄະ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ກໍ່ຄືບັນດາຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ; ຜູ້ອອກແຮງງານ, ວຽກເຮັດງານທຳ, ການສອນວິຊາຊີບ, ກໍ່ສ້າງພະນັກງານ, ການລົບລ້າງຄວາມອຶດຫີວຫຼຸດຜ່ອນຄວາມທຸກຍາກ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top