• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

50 ປີ​ແຫ່ງ​ໄຊ​ຊະ​ນະ​ທາງຫຼວງ​ເລັກ 9 - ພາກ​ໃຕ້​ລາວ​ຜ່ານ​ບັນ​ດາ​ຮູບ​ຖ່າຍ​ປະ​ຫວັດ​ສາດ

       ບັ້ນຮົບ ຕາວຈຸດຕີ ທາງຫຼວງເລັກ 9 - ພາກໃຕ້ລາວ ຖືກດຳເນີນແຕ່ວັນທີ 30 ມັງກອນ ແລະ ໄດ້ສິ້ນສຸດລົງດ້ວຍໄຊຊະນະເມື່ອວັນທີ 23 ມີນາ 1971. ເຮົາສາມາດຕີທັບມ້າງກຳລັງຫຼວງ ຂອງສັດຕູເປັນຈຳນວນຫຼາຍກ່ວາ 21 ພັນຄົນ.
ທະຫານອາສາສະໝັກ ຫວຽດນາມ ແລະ ທະຫານລາວ ທຳພິທີເຄື່ອນພົນ ກ່ອນທີ່ຈະກ້າວເຂົ້າການສູ້ຮົບຢູ່ ສາມທົງ,
ລອງແຈ້ງ ໃນບັ້ນຮົບທົ່ງໄຫ້ຫີນຊຽງຂວາງ ປະເທດ ລາວ ເມື່ອເດືອນທັນວາ ປີ 1971

ພວກສັດຕູໄດ້ແລ່ນໜີ, ວາງອາວຸດທັງໝົດຢູ່ບັນດາຖານທີ່ໝັ້ນໃນບັ້ນຮົບທົ່ງໄຫ້ຫີນ, ແຂວງ ຊຽງຂວາງ ປະເທດ ລາວ
ອເດືອນພະຈິກ ປີ 1971.

ປະຊາຊົນຊົນລາວຂົນສົ່ງສະບຽງອາຫານ, ອາວຸດເພື່ອທຳການສູ້ຮົບຢູ່ທົ່ງໄຫ້ຫີນ, ແຂວງ ຊຽງຂວາງ ປະເທດ ລາວ
ເມື່ອເດືອນພະຈິກ ປີ 1971.

ກອງພັນໃຫຍ່ 165, ກອງພົນ 312 ບົນເສັ້ນທາງເຄື່ອນທັບເພື່ອດຳເນີນບັ້ນຮົບ Tanina ຊຽງຂວາງ, ປະເທດ ລາວ
ເມື່ອເດືອນພະຈິກ ປີ 1971.

ທະຫານລາວພັນບາດແຜໃຫ້ທະຫານ ຫວຽດນາມ ໃນການສູ້ຮົບ ຢູ່ສາມທົງ, ລອງແຈ້ງ ໃນບັ້ນຮົບທົ່ງໄຫ້ຫີນ ຊຽງຂວາງ, ປະເທດ ລາວ
ເມື່ອເດືອນພະຈິກ ປີ 1971.

ສຳພັນທະມິດສູ້ຮົບ ຫວຽດນາມ - ກຳປູເຈຍ ຕີປະຊາໄຊກຳລັງປ້ອງກັນດ້ວຍລົດຖັງ ແລະ ລົດຫຸ້ມເກາະຂອງພວກຮຸນກຳປູເຈຍ
ຢູ່ຖານທີ່ໝັ້ນ BA Rai ແຂວງ Kampong Thom ໂດຍປະກອບສ່ວນຕີປະຊາໄຊການເຄື່ອນທັບ
(ແຈນລາ 2) ຂອງພວກເຂົາ ເມື່ອປີ 1971.

ກອງບັນຊາການບັ້ນຮົບທາງຫຼວງເລກທີ 9 - ພາກໃຕ້ ລາວປີ 1971 ລວມມີບັນດາສະຫາຍ: ເລກວາງດ້າວ, ເລຈ້ອງເຕິ້ນ, ເວິນຕຽນຢຸງ…
ນັກຮົບກອງພັນໃຫຍ່ 64, ກອງພົນ 320 ຕີຂັບໄລ່ສັດຕູຢູ່ບ້ານດົ່ງໃນບັ້ນຮົບທັງຫຼວງເລກ 9 - ພາກໃຕ້ລາວ ເມື່ອ ເດືອນມີນາ 1971.
ກຳລັງທະຫານອາສາສະໝັກ ຫວຽດາມ ສົມທົບກັບທະຫານອາສາສະໝັກກຳປູເຈຍ ປູກຈົມຕີ ຖານທີ່ໝັ້ນ X’Nun ທາງທິດຕາເວັນອອກສ່ຽງເໜືອ ກຳປູເຈຍ ເມື່ອປີ 1971.
ກຸ່ມບຸກເຂົ້າເລິກສັງກັດ ກອງຮ້ອຍ 9, ກອງພັນໃຫຍ່ 64, ກອງພົນ 320 ບຸກໂຈມຕີສັດຕູ ຢູ່ບ້ານແກງ ໃນບັ້ນຮົບທາງຫຼວງເລັກ 9 - ພາກໃຕ້ລາວ ເມື່ອປີ 1971
ຮູບພາບສະໜາມຮົບໃນບັ້ນຮົບທົ່ງໄຫ້ຫີນ, ຊຽງຂວາງ ປະເທດລາວ ເມື່ອເດືອນພະຈິກ 1971
ສະເດດເຈົ້າ ສຸພານະວົງ ມອບຫຼຽນໄຊຂອງ ລາວ ໃຫ້ແກ່ບັນດາກົມກອງທະຫານອາສາສະໝັກ ຫວຽດນາມ ທີ່ເຂົ້າຮ່ວມການສູ້ຮົບຢູ່ລາວ ໄລຍະ 1971 – 1972.

 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top