• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

49 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ: ການນຳພັກ, ລັດ ເຂົ້າ ເຂົ້າຂ່ຳນັບສຸສານປະທານໂຮ່ຈີມິນ

ຄະນະຜູ້ແທນໄດ້ສະແດງຄວາມຮູ້ບຸນຄຸນ, ອາໄລຫາຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ ທີ່ມີຕໍ່ພາລະກິດປະຕິວັດຂອງພັກກອມມູນິດ ຫວຽດນາມ ແລະ ຊາດ ຫວຽດນາມ.
ຄະນະຜູ້ແທນໄປວາງພວງມາລາ, ເຂົ້າຂ່ຳນັບສຸສານປະມານໂຮ່ຈີມິນ (ພາບ: VGP)

ເນື່ອງໃນໂອກາດສະເຫຼີມສະຫຼອງ 49 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (ວັນທີ 30 ເມສາ 1975 – 30 ເມສາ 2024), ຕອນເຊົ້າວັນທີ 26 ເມສາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າຂ່ຳນັບສຸສານປະມານໂຮ່ຈີມິນ   ແລະ ຖະຫວາຍທູບທຽນໄຫວ້ອາໄລບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສາວະລີບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ຖະໜົນ ບັກເຊີນ.

ເຂົ້າຮ່ວມພິທີອາໄລຫາ, ມີທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ; ທ່ານ ເວືອງດິ່ງເຫວະ, ປະທານສະພາແຫ່ງຊາດ; ທ່ານນາງ ເຈືອງທິມາຍ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ; ທ່ານ ໂດ້ວັນຈຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ; ທ່ານນາງ ຫວໍທິແອັງຊວັນ, ຜູ້ຮັກສາການປະທານປະເທດ, ພ້ອມກັບບັນດາອະດີດການນຳພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ.

ຄະນະຜູ້ແທນໄດ້ສະແດງຄວາມຮູ້ບຸນຄຸນ, ອາໄລຫາຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ ທີ່ມີຕໍ່ພາລະກິດປະຕິວັດຂອງພັກກອມມູນິດ ຫວຽດນາມ ແລະ ຊາດ ຫວຽດນາມ. ພວງມາລາຂອງຄະນະມີແຖວຕົວໜັງສື “ຮູ້ບຸນຄຸນຕໍ່ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່ຕະຫຼອດໄປ”.

ຕໍ່ຈາກນັ້ນ, ຄະນະຜູ້ແທນໄດ້ໄປວາງພວງມາລາ, ຖະຫວາຍທູບທຽນ ໄຫວ້ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສາວະລີບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ຖະໜົນ ບັກເຊີນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top