• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

425 ຄົນເສຍຊີວິດຍ້ອນເຊື້ອພະຍາດ nCOV ຢູ່ ຈີນ

      ອຳນາດການປົກຄອງແຂວງ ຮູເປີຍ, ປະເທດ ຈີນ ປະກາດໃນວັນທີ 03 ກຸມພາວ່າ ຈຳນວນຜູ້ເສຍຊີວິດຍ້ອນເຊື້ອພະຍາດອັກເສບປອດຂອງໄວຣັກ ໂກໂຣນາ ສາຍພັນໃໝ່ (2019 - nCOV) ຢູ່ແຂວງນີ້ໄດ້ເພີ່ມຂຶ້ນ 64 ກໍລະນີ, ຍົກຈຳນວນກໍລະນີເສຍຊີວິດຢູ່ ຈີນ ຂຶ້ນເຖິງ 425 ຄົນ. 
            ອົງການສາທາລະນະສຸກແຂວງ ຮູເປີຍ ໄດ້ກວດພົບ 2.354 ກໍລະນີຕິດເຊື້ອຕື່ມອີກ, ເຮັດໃຫ້ຈຳນວນກໍລະນີຕິດເຊື້ອພະຍາດດັ່ງກ່າວຢູ່ແຂວງນີ້ ເພີ່ມຂຶ້ນ 13.522 ຄົນ.

425 ຄົນເສຍຊີວິດຍ້ອນເຊື້ອພະຍາດ nCOV ຢູ່ ຈີນ (ພາບປະກອບ)
      ກ່າວຄຳເຫັນທີ່ກອງປະຊຸມຂອງຄະນະປະຈຳກົມການເມືອງພັກກອມມູນິດ ຈີນ ໄດ້ປຶກສາຫາລືກ່ຽວກັບສະພາບການຂອງເຊື້ອພະຍາດອັກເສບປອດ. ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ຖືວ່າພັກກອມມູນິດ ຈີນ ຍາມໃດກໍ່ຖືເປັນສຳຄັນ ແລະ ຖືບັນຫາສຸຂະພາບ, ຊີວິດອິນຊີຂອງປະຊາຊົນຂຶ້ນເປັນແຖວໜ້າ. ອຳນາດການປົກຄອງທຸກຂັ້ນກໍ່ຄືປະຊາຊົນ ຄວນປະຕິບັດບັນດາລັດຖະນະໂຍບາຍຂອງພັກໃຫ້ເປັນຢ່າງດີ, ສາມັກຄີ “ດັບສູນ” ເຊື້ຶ້ອພະຍາດ. ຄະນະປະຈຳກົມການເມືອງພັກກອມມູນິດ ຈີນ ຢືນຢັນວ່າ ຈີນ ມີກຳລັງຄວາມສາມາດຢ່າງພຽງພໍ ເພື່ອແກ້ໄຂວິກິດການດັ່ງກ່າວໄດ້ເປັນຢ່າງດີ.
        ແລະໃນເຫດການທີ່ກ່ຽວຂ້ອງ, ນັກຊ່ຽວຊານຂອງຄະນະກຳມະການສາທາລະນະສຸກ ແລະ ສຸຂະພາບແຫ່ງຊາດ ຈີນ ໃນກອງປະຊຸມຖະແຫຼງຂ່າວເຊິ່ງຈັດຂຶ້ນໃນຕອນຄ່ຳວັນທີ 03 ກຸມພາ ຢັ້ງຢືນວ່າ: ໃນສະພາບແວດລ້ອມອຸນຫະພູມທີ່ເໝາະສົມ, ໄວຣັດ ໂກໂຣນາ ສາຍພັນໃໝ່ອາດຈະຄົງຕົວໄດ້ເປັນເວລາ 5 ວັນ.
 (ແຫຼ່ງຄັດຈາກ VOV)

ໂຮມ 3 ແຂວງນາມດິງ, ຮ່ານາມ ແລະ ນິງບິ່ງ ເຂົ້າກັນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ຕ້ອງການປ່ຽນແປງໃໝ່ຮູບແບບພັດທະນາ ແລະ ຍົກສູງປະສິດທິຜົນຂອງການບໍລິຫານເຂດ

ໂຮມ 3 ແຂວງນາມດິງ, ຮ່ານາມ ແລະ ນິງບິ່ງ ເຂົ້າກັນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ຕ້ອງການປ່ຽນແປງໃໝ່ຮູບແບບພັດທະນາ ແລະ ຍົກສູງປະສິດທິຜົນຂອງການບໍລິຫານເຂດ

ຕອນບ່າຍວັນທີ 23 ມິຖຸນານີ້, ຢູ່ນະຄອນ ນາມດິງ, ທ່ານເລຂາທິການໃຫຍ່ ພັກຄອມມູນິດຫວຽດນາມ ໂຕເລີ່ມ ແລະ ຄະນະປະຕິບັດງານສູນກາງ ໄດ້ເຮັດວຽກກັບບັນດາຄະນະປະຈໍາພັກແຂວງ ນາມດິງ, ຮ່ານາມ, ນິງບິ່ງ ກ່ຽວກັບໝາກຜົນການປະຕິບັດມະຕິ, ບົດສະຫຼຸບຂອງຄະນະບໍລິຫານງານສູນກາງພັກ ແລະ ວຽກງານສໍາຄັນຈໍານວນໜຶ່ງກ່ຽວກັບການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນບໍລິເວນ 3 ແຂວງ.

Top