• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

25 ປີ​ແຫ່ງ​ວັນ​ຫວຽດ​ນາມ ເຂົ້າ​​ເປັນ​ສະ​ມາ​ຊິກອາ​ຊຽນ

ໃນຂອບເຂດການເຄື່ອນໄຫວສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງ ອາຊຽນ ແລະ 25 ປີແຫ່ງວັນຫວຽດນາມເຂົ້າເປັນສະມາຊິກອາຊຽນ, ວັນທີ 28 ກໍລະກົດ ຢູ່ຮ່າໂນ້ຍໄດ້ດຳເນີນການໂອ້ລົມສົນທະນາ “25 ປີແຫ່ງວັນຫວຽດນາມເຂົ້າເປັນສະມາຊິກອາຊຽນ: ຫວນຄືນ ແລະ ກ້າວໄປເຖິງ”.

 ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ເນັ້ນໜັກວ່າ: ຫວຽດນາມໄດ້ເຂົ້າເປັນສະມາຊິກອາຊຽນໃນປີ 1995 ແມ່ນຂີດໝາຍສຳຄັນ ສ້າງບາດກ້າວທີ່ສຳຄັນທີ່ສຸດໃນເສັ້ນທາງເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ. ບົດບາດຂອງຫວຽດນາມ ໃນຖານະຕຳແໜ່ງເປັນປະທານອາຊຽນ 2020 ພວມໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ເປັນພິເສດຈາກປະຊາຄົມສາກົນ. ໃນ 7 ເດືອນທີ່ຜ່ານມາ, ບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນບົດບາດເປັນປະທານອາຊຽນ ໄດ້ສະແດງໃຫ້ເຫັນຢ່າງຖືກຕ້ອງຕາມເນື້ອໃນຈິດໃຈສະໜິດຕິດພັນ ແລະ ເປັນເຈົ້າການຮັບມື. ທ່ານກ່າວວ່າ:

ບັນດາປະເທດຢູ່ໃນພາກພື້ນອາຊຽນ ແລະ ນອກອາຊຽນ ມີຄວາມໄວ້ເນື້ອເຊື່ອໃຈ ຕໍ່ຫວຽດນາມຫຼາຍທີ່ສຸດ ໃນປີເປັນປະທານອາຊຽນ, ສິ່ງນີ້ໄດ້ສະແດງໃຫ້ເຫັນວ່າ ປະຊາຄົມອາຊຽນ, ປະຊາຄົມສາກົນໄດ້ຕັ້ງຄວາມໄວ້ເນື້ອເຊື່ອໃຈຕໍ່ຫວຽດນາມ ຫຼາຍທີ່ສຸດ. ຄວາມໄວ້ເນື້ອເຊື່ອໃຈຂອງສາກົນທີ່ມີຕໍ່ຫວຽດນາມໃນປັດຈຸບັນແມ່ນມີຈຸດເລີ່ມຈົ້ນມາຈາກບັນດາການປະກອບສ່ວນຂອງຫວຽດນາມໃນວຽກງານສ້າງຕັ້ງປະຊາຄົມອາຊຽນໃນ 25 ປີທີ່ຜ່ານມາ, ເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈດັ່ງກ່າວ.

(ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.

Top