• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

18 ປະ​ເທດ ແລະ ເຂດ​ແຄວ້ນ​ ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​​ສິ​ລະ​ປະ​​ການຈັດ​ດອກ​ໄມ້​ສາ​ກົນ

ງານວາງສະແດງ ແລະ ການແຂ່ງຂັນສິລະປະການຈັດດອກໄມ້ສາກົນ (World Flower Council Summit 2023) ໄດ້ໄຂຂຶ້ນໃນຕອນບ່າຍ ວັນທີ 10 ກັນຍາ ທີ່ຜ່ານມາ, ທີ່ນະຄອນ ດາລາດ, ແຂວງເລິມດົງ.
ພິທີມອບໃບຢັ້ງຢືນການຈັດດອກໄມ້ສາກົນ (ພາບ: TTXVN)

ການຈັດຕັ້ງພິທີແມ່ນການຮ່ວມມືລະຫວ່າງ ສະມາຄົມດອກໄມ້ໂລກ (World Flower Council - WFC) ແລະ ມະຫາວິທະຍາໄລ ດາລາດ, ດ້ວຍການເຂົ້າຮ່ວມຂອງຜູ້ແທນ, ນັກສິລະປະກອນ 200 ຄົນທີ່ມາຈາກ 18 ປະເທດ ແລະ ເຂດແຄວ້ນ. ນີ້ແມ່ນການຈັດງານຄັ້ງທີ 37 ຂອງສະມາຄົມດອກໄມ້ໂລກ ແຕ່ເປັນຄັ້ງທຳອິດທີ່ຈັດງານຢູ່ ນະຄອນແຫ່ງດອກໄມ້ ດາລາດ ແລະ ຫວຽດນາມ.

ຫຼັງຈາກໄຂພິທີ, ນັກສິລະປະກອນອອກແບບການຈັດດອກໄມ້ 6 ຄົນທີ່ມາຈາກ ສິງກະໂປ, ມາເລເຊຍ, ເກົາຫຼີໃຕ້, ຍີ່ປຸ່ນ, ມາເກົາ (ສປ ຈີນ), ຮົງກົງ (ສປ ຈີນ) ໄດ້ຂຶ້ນສະແດງສິລະປະການຈັດດອກໄມ້ເທິງເວທີ. ກໍ່ຢູ່ໃນຂອບເຂດຂອງລາຍການ, ນັກອອກແບບ 18 ຄົນ, ຕາງໜ້າໃຫ້ 18 ປະເທດ ແລະ ເຂດແຄວ້ນກໍ່ສືບຕໍ່ເຂົ້າຮ່ວມການສະແດງສິລະປະການຈັດດອກໄມ້ເທີງເວທີ ເພື່ອແນໃສ່ນຳສະເໜີກ່ຽວກັບສິລະປະການຕົກແຕ່ງດອກໄມ້ສົດທີ່ມີຄວາມໝາຍທີ່ສຸດ.

ງານແຂ່ງຂັນສິລະປະການຈັດດອກໄມ້ສາກົນ 2023 ໄດ້ເຮັດພິທີມອບລາງວັນໃນຕອນບ່າຍນີ້./.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ທ່ານ​ ຫງວຽນ​ຊວັນຖັງ ປະ​ທານ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ ຫວຽດ​ນາມ ຢັ້ງ​ຢື​ນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ສະ​ໜັບ​ສະ​ໜູນ​ລາວ​ໃນ​ພາ​ລະ​ກິດ​ແຫ່ງ​ການ​​ສ້າງສາ, ພັດ​ທ​ະ​ນາ​ປະ​ເທດ​ຊາດ.

Top