• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜູນຊ່ວຍ ແຮງງານຫວຽດນາມໄປເຮັດວຽກຢູ່ຕ່າງປະເທດໃຫ້ດີທີ່ສຸດ

ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV, ຕອນບ່າຍວັນທີ 21 ພຶດສະພາ, ທ່ານດ່າວງັອກຢຸງ ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ກ່າວໃບສະເໜີກ່ຽວກັບຮ່າງກົດໝາຍວ່າດ້ວຍຜູ້ອອກແຮງງານຫວຽດນາມໄປເຮັດວຽກຢູ່ຕ່າງປະເທດຕາມສັນຍາ (ສະບັບປັບປຸງ).


ທ່ານດ່າວງັອກຢຸງ ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ

(ພາບ: Quochoi.vn) 


ເປົ້າໝາຍຂອງການປັບປຸງກົດໝາຍແມ່ນເພື່ອແນໃສ່: ແກ້ໄຂບັນດາຂໍ້ຕິດຂັດ,ຄົງຄ້າງ ຈາກສະພາບການຕົວຈິງໃນການປະຕິບັດ ພາຍຫຼັງນຳໃຊ້ຕົວຈິງ ມາເປັນເວລາເກືອບ 13 ປີ, ດັດປັບບັນດາບັນຫາໃໝ່ທີ່ເກີດຈາກການເຄື່ອນໄຫວຕົວຈິງຂອງຜູ້ອອກແຮງງານຫວຽດນາມ ທີ່ໄປເຮັດວຽກຢູ່ຕ່າງປະເທດໃນສະພາບມີການກະທົບຈາກການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ຄ້ມຄອງບັນຫາອົບພະຍົບ, ການເຄື່ອນຍ້າຍຂອງແຮງງານສາກົນ, ພັດທະນາວຽກເຮັດງານທຳຢູ່ຕ່າງປະເທດ ແລະ ປົກປ້ອງສິດໃນການເຮັດວຽກຂອງພົນລະເມືອງ.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top