• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜູນຊ່ວຍເຂົ້າສານ 2.000 ໂຕນໃຫ້ແກ່ປະຊາຊົນເຂດນ້ຳແກ່ງຖ້ວມແຂວງ ບີງດິງ ຢ່າງຮີບເຮັ່ງ


(ພາບປະກອບ)

      ວັນ​ທີ 24/12/2016, ທ່ານ​ນາຍົກ​ລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້ສົ່ງ​ສານ​ທາງ​ການ​ ໜູນ​ຊ່ວຍ​ເຂົ້າສານ​ໃຫ້​ແຂວງ ບີ​ງດິງ ຢ່າງ​ຮີບ​ເຮັ່ງ. ​ ສານ​ທາງ​ການ​ຊີ້​ແຈ້ງວ່າ: ​ໄລຍະ​ຜ່ານ​ມາ, ຝົນຕົກ​ໜັກ​ນ້ຳ​ແກ່ງ​ໄດ້​ພາ​ໃຫ້​ນ້ຳ​ຖ້ວມ​ຢ່າງ​ຮ້າຍ​ແຮງ, ກໍ່​ຜົນ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ກ່ຽວ​ກັບ​ມະນຸດ ​ແລະ ຊັບ​ສົມບັດ​ຂອງ ລັດ ​ແລະ ປະຊາຊົນ​ຢູ່​ບັນດາ​ແຂວງ​ພາກ​ກາງ, ພິ​ເສດ​ແມ່ນ​ໃນ​ ​ແຂວງ ບີ​ງດິງ. ​ເພື່ອ​ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ເປັນ​ປົກກະຕິ, ໜູນ​ຊ່ວຍ​ປະຊາຊົນ​ເຂ​ດນ້ຳ​ແກ່ງ​ຖ້ວມແກ້​ໄຂ​ຄວາມ​ຫຍຸ້ງຍາກ​ຢ່າງ​ທັນ​ກາ​ນ, ທ່ານ​ນາຍົກລັດຖະມົນຕີ ຮຽກຮ້​ອງ: ກະຊວງ​ການ​ເງິນສະໜອງ​ເຂົ້າສານ​ 2000 ​ໂຕນຈາກ​ແຫຼ່ງສະ​ສົມ​ແຫ່ງ​ຊາດ​ໃຫ້​ແຂວງ ບີ​ງດິງ ​ໂຕນຢ່າ​ງຮີບ​ເຮັ່ງ ​ເພື່ອໜູນ​ຊ່ວຍ​ປະຊາຊົນ​ເຂດ​ນ້ຳ​ແກ່ງຖ້ວມ, ບໍ່​ປະ​ໃຫ້ປະຊາຊົນ​ຖືກ​ອຶດຫິວ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top