• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜັງ​ສື​ພິມ​ລັດ​ເຊຍ: ລັດ​ຖະ​ບານຫວຽດ​ນາມ​ນຳ​ໃຊ້​ມາດ​ຕະ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​Covid - 19 ຢ່າງວ່ອງ​ໄວແລະຂ້ຽວ​ຂາດ

      ຫວຽດນາມ - ແບບຢ່າງກ່ຽວກັບວິທີການຄວບຄຸມໂລກລະບາດ Covid -19 ໃນເງື່ອນໄຂຈຳກັດ, ໃນຂະນະທີ່ມີປະຊາຊົນ 10.000 ຄົນຈຶ່ງມີທ່ານໝໍ8ຄົນ. ນີ້ແມ່ນເນື້ອໃນບົດຂຽນໄດ້ເອົາລົງໃນເວັບໄຊ zen.yandex.ru ຂອງລັດເຊຍ, ໃນນັ້ນໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມສະກັດກັ້ນໂລກລະບາດ Covid – 19 ຂອງຫວຽດນາມ.

 ພະນັກງານການແພດວັດແທກອຸນຫະພຸມ (ພາບ: TTXVN)
      ຕາມບົດຂຽນດັ່ງກ່າວ, ຫວຽດນາມໄດ້ຄວບຄຸມສະພາບການແຜ່ລາມຂອງໂລກລະບາດ Covid – 19ໄດ້ເປັນຢ່າງດີນັບແຕ່ຊ່ວງເວລາທ້າຍເດືອນມີນາຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid - 19 ກ່ວາ 200 ຄົນແລະຍັງບໍ່ທັນມີຜູ້ເສຍຊີວິດ, ບົດຂຽນໄດ້ຊີ້ແຈ້ງເຖິງບັນດາມາດຕະການເຊິ່ງລັດຖະບານຫວຽດນາມປະຕິບັດຢ່າງວ່ອງໄວແລະຂ້ຽວຂາດລວມມີ: ປິດໂຮງຮຽນ, ຢຸດຕິຊົ່ວຄາວບັນດາຖ້ຽວບິນທັງໝົດ, ບັງຄັບຕ້ອງແຍກຕົວເປັນເວລາ 14 ວັນສຳລັບຜູ້ທີ່ກັບມາຈາກຕ່າງປະເທດ …
            ນັກຂຽນໄດ້ໃຫ້ຂໍ້ສັງເກດວ່າຫວຽດນາມໄດ້ກາຍເປັນແບບຢ່າງທີ່ດີໃຫ້ແກ່ຫຼາຍປະເທດໃນໂລກກ່ຽວກັບວິທີການສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນດ້ວຍຄ່າໃຊ້ຈ່າຍຕ່ຳທີ່ສຸດ.
   (ແຫຼ່ງຄັດຈາກ VOV)
 

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top