• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄລ່ຮອດເວລາ 12 ໂມງ 00 ນາທີຂອງວັນທີ 11 ເມສາ, ຫວຽດນາມ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ໃໝ່ຕື່ມອີກ

ຕາມຂໍ້ມູນຂ່າວຈາກກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ໄລ່ຮອດເວລາ 12 ໂມງ 00 ນາທີ ຂອງວັນທີ 11 ເມສາ, ຫວຽດນາມ ມີ 257 ກໍລະນີຕິດເຊື້ອໂຄວິດ-19, ໃນນັ້ນ, ມີ 159 ກໍລະນີແມ່ນມາຈາກຕ່າງປະເທດ (ກວມເອົາ 61,9%); 98 ກໍລະນີແມ່ນຕິດແປດຕໍ່ກັນ ແລະບໍ່ມີຜູ້ຕິດເຊື້ອໃໝ່ຕື່ມອີກໃນຮອບເວລາ 12 ຊົ່ວໂມງຜ່ານມາ.

(ພາບປະກອບ/TTXVN)

ບົດລາຍງານຂອງອະນຸກຳມະການປິ່ນປົວພະຍາດ, ຄະນະຊີ້ນຳແຫ່ງຊາດການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໄດ້ສະແດງໃຫ້ເຫັນວ່າ: ຫວຽດນາມ ມີ 144 ກໍລະນີໄດ້ຮັບການປິ່ນປົວຫາຍດີແລ້ວ. ປັດຈຸບັນ, ຍັງເຫຼືອ 113 ກໍລະນີພວມໄດ້ຮັບການປິ່ນປົວຢູ່ 16 ຮາກຖານສາທາລະນະສຸກທົ່ວປະເທດ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top