• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທໃຫ້ສັນຊາດໃຫ້ສະມາຊິກທິມບານເຕະເຍົາວະຊົນ 04 ຄົນ ທີ່ໄດ້ກູ້ໄພອອກຈາກຖໍ້າຫຼວງ

      ວັນທີ 8 ສິງຫາ, ໄທໄດ້ໃຫ້ສັນຊາດແກ່ສະມາຊິກທິມບານເຕະເຍົາວະຊົນ 03 ຄົນ ພ້ອມກັບຄູຝຶກຄົນໜຶ່ງ ທີ່ໄດ້ກູ້ໄພອອກຈາກຖໍ້າຫຼວງເມື່ອເດືອນແລ້ວນີ້. ເຈົ້າໜ້າທີ່ເມືອງ ແມ່່ສາຍ ໄດ້ອອກບັດປະຈໍາຕົວໃຫ້ແກ່ບັນດາສະມາຊິກດັ່ງກ່າວ ພ້ອມກັບ ບຸກຄົນອື່ນຈໍານວນ 30 ຄົນ.  ວົງການເຈົ້າໜ້າທີ່ທ້ອງຖິ່ນ ຢັ້ງຢືນວ່າ ການຜັນແປດັ່ງກ່າວ ບໍ່ໄດ້ກ່ຽວຂ້ອງເຖິງເຫດການກູ້ໄພກູ້ຊີບ ແລະ ບັນດາສະມາຊິກນັ້ນ ລ້ວນແຕ່ມີເງື່ອນໄຂຄົບຖ້ວນເພື່ອຖືສັນຊາດໄທ.

ສະມາຊິກທິມບານເຕະເຍົາວະຊົນໄທ ທີ່ໄດ້ກູ້ໄພອອກຈາກຖໍ້າຫຼວງ
(ພາບ: TTXVN)
      ຕາມອົງການສະຫະປະຊາຊາດກ່ຽວກັບຊາວລີ້ໄພແລ້ວ, ຄາດວ່າ  ມີຜູ້ບໍ່ມີສັນຊາດຢູ່ປະເທດໄທ ປະມານ 480.000 ຄົນ. ຈໍານວນຄົນເຫຼົ່ານັ້ນ ສ່ວນຫຼາຍແມ່ນມາຈາກບັນດາກົກເຫຼົ່າ ຢູ່ເທິງພູ ແລະ ບັນດາຊາວເຜົ່າອື່ນທີ່ດໍາລົງຊີວິດຢູ່ເຂດຊາຍແດນໄທ, ມຽນມາ, ລາວ ແລະ ຈີນ ແຕ່ຫຼາຍສະຕະວັດກ່ອນ. ກົດໝາຍຂອງໄທໄດ້ກໍານົດວ່າ ປະຊາຊົນທີ່ຍົກຍ້າຍຖິ່ນຖານມາຢູ່ປະເທດໄທກ່ອນປີ 1999 ຫຼືເດັກນ້ອຍທີ່ເກີດຢູ່ປະເທດນີ້ກ່ອນປີ 1992 ແມ່ນສາມາດຈົດທະບຽນຂໍຖືສັນຊາດໄທໄດ້.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top