• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ກອງ​ປະ​ຊຸມຄັ້ງ​ທີ 15 ຂອງຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ ຊຸດ​ທີ 12

ຕອນເຊົ້າວັນທີ 16 ມັງກອນ, ຢູ່ຮ່າໂນ້ຍ, ກອງປະຊຸມ ຄັ້ງທີ 15 ຂອງຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຊຸດທີ 12 ໄດ້ຖືກໄຂຂຶ້ນຢ່າງສົມກຽດ.
ພິທີໄຂກອງປະຊຸມຄັ້ງທີ 15 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ 12

ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ ເນັ້ນໜັກວ່າ: ກອງປະຊຸມຄັ້ງນີ້ມີຄວາມໝາຍສຳຄັນພິເສດ, ສືບຕໍ່ປະຕິບັດໃຫ້ສົມບູນແບບກ່ຽວກັບວຽກງານບຸກຄະລາກອນເຂົ້າຮ່ວມຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາ ແລະ ກະກຽມບຸກຄະລາກອນການນຳຫຼັກແຫຼ່ງ.  ທ່ານສະເໜີວ່າ:

        “ຂ້າພະເຈົ້າສະເໜີໃຫ້ບັນດາກຳມະການສູນກາງພັກ ຈົ່ງຄົ້ນຄວ້າໃບສະເໜີຂອງກົມການເມືອງ ແລະ ເອກະສານຕ່າງໆທີ່ກ່ຽວຂ້ອງຢ່າງລະອຽດ, ປຶກສາຫາລື, ປະກອບຄຳເຫັນໃສ່ບົດລາຍງານຂອງຄະນະບໍລິຫານງານສູນກາງພັກຊຸດທີ 12 ກ່ຽວກັບວຽກງານບຸກຄະລາກອນ ຄະນະບໍລິຫານງານສູນກາງພັກຊຸດທີ 13; ພ້ອມທັງພິຈາລະນາສະເໜີບຸກຄະລາກອນ 4 ຄົນ ເຂົ້າໃນຕຳແໜ່ງນຳພາຫຼັກແຫຼ່ງໃນຊຸດທີ 13”.

        ຄາດວ່າ, ກອງປະຊຸມສູນກາງພັກຄັ້ງທີ 15 ຈະດຳເນີນແຕ່ວັນທີ 16 ມັງກອນ ຫາວັນທີ 18 ມັງກອນ 2021.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top