• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂເວ¬ທີປາໄສລະ¬ຫວ່າງລັດ¬ຖະ¬ບານກ່ຽວກັບການ ຄົມທະນາຄົມ ຂົນ¬ສົ່ງ ແບບຍືນຍົງ ຢູ່ພາກພື້ນອາ¬ຊີ ຄັ້ງທີ 12

      ຕອນບ່າຍວັນທີ 28 ຕຸ­ລາ ເວ­ທີປາໄສລະ­ຫວ່າງລັດ­ຖະ­ບານກ່ຽວກັບການ ຄົມທະນາຄົມ ຂົນ­ສົ່ງ ແບບຍືນຍົງ ຢູ່ພາກພື້ນອາ­ຊີ ຄັ້ງທີ 12 ໄດ້ໄຂຂຶ້ນຢູ່ຮ່າໂນ້ຍ (ເວ­ທີປາໄສ EST12). 

ໄຂເວ­ທີປາໄສລະ­ຫວ່າງລັດ­ຖະ­ບານກ່ຽວກັບການ ຄົມທະນາຄົມ ຂົນ­ສົ່ງ ແບບຍືນຍົງ ຢູ່ພາກພື້ນອາ­ຊີ ຄັ້ງທີ 12ຢ່າງເປັນທາງການ (ພາບ: congthuong.vn/
      ກ່າວຄຳເຫັນທີ່ພິ­ທີໄຂເວ­ທີປາໄສ, ທ່ານຈິ້ງດິ່ງຢຸ໋ງ ຮອງນາ­ຍົກ­ລັດ­ຖະ­ມົນ­ຕີ ຫວຽດ­ນາມ ຖືວ່າ:ໂຄງປະກອບພື້ນ­ຖານໂຄງລ່າງເວົ້າລວມ, ພິ­ເສດແມ່ນພື້ນ­ຖານໂຄງລ່າງຄົມ­ມະ­ນາ­ຄົມ ແລະ ພື້ນຖານໂຄງລ່າງຕົວເມືອງໃຫຍ່ ເຖິງແມ່ນວ່າ ໄດ້ຮັບການບຸ­ລິ­ມະ­ສິດລົງ­ທຶນພັດ­ທະ­ນາແລ້ວກໍ່ຕາມ, ແຕ່ຍັງຄົງແມ່ນຈຸດຄົງຄ້າງອັນໃຫຍ່ຫຼວງ, ກີດຂວາງການພັດ­ທະ­ນາແບບຍືນຍົງຂອງ ຫວຽດ­ນາມ. ທ່ານ ຈິ້ງດິ່ງຢຸ໋ງ ປາດ­ຖະ­ໜາວ່າ ທີ່ເວ­ທີປາໄສນີ້, ບັນ­ດາຜູ້ແທນຈະປຶກ­ສາຫາ­ລື, ປະກອບຄຳເຫັນທີ່ກ່ຽວ­ຂ້ອງເຖິງບັນ­ດານະ­ໂຍ­ບາຍ, ການວາງແຜນຝັງ ແລະ ການພັດ­ທະ­ນາພື້ນຖານໂຄງລ່າງຂອງບັນ­ດານະ­ຄອນອັດສະລິຍະ ເພື່ອປັບ­ປຸງປະ­ສິດທິຜົນຂອງ ເສດ­ຖະ­ກິດ, ສັງຄົມ ແລະ ສິ່ງແວດ­ລ້ອມຢູ່ບັນ­ດານະ­ຄອນ, ຊຸກ­ຍູ້ບັນ­ດາມາດຕະການຄົມ­ມະ­ນາ­ຄົມອັດສະລິຍະໂດຍວິ­ທີການນຳໃຊ້ເຄືອຂ່າຍຄຸ້ມຄອງການຄົມ­ມະ­ນາ­ຄົມໃຫ້ມີປະ­ສິດທິຜົນ, ຊຸກ­ຍູ້ການພົວ­ພັນຄູ່ຮ່ວມມືພາກລັດ - ເອ­ກະຊົນ ເພື່ອດຶງດູດແຫຼ່ງກຳ­ລັງລົງ­ທຶນເຂົ້າພື້ນ­ຖານໂຄງລ່າງການຄົມມະນາຄົມ. ທ່ານກ່າວວ່າ:
            ອາ­ຊີແມ່ນພາກພື້ນທີ່ມີພື້ນ­ຖານເສດ­ຖະ­ກິດໃຫຍ່, ພັດ­ທະ­ນາຢ່າງຂະ­ຫຍັນຂັນເຄື່ອນ, ມີຄວາມສາ­ມາດບົ່ມຊ້ອນອັນຍິ່ງໃຫຍ່ກ່ຽວກັບການພັດ­ທະ­ນານະ­ໂຍ­ບາຍ, ການລົງ­ທຶນພັດ­ທະ­ນາຄົມມະນາຄົມ. ໃນສະ­ພາບການດັ່ງ­ກ່າວ, EST 12 ຈະແມ່ນເວ­ທີປາໄສສຳ­ຄັນເພື່ອໃຫ້ບັນ­ດານັກວາງແຜນນະ­ໂຍ­ບາຍກໍ່ຄືບັນ­ດານັກອຸ­ປະ­ຖຳໄດ້ແລກ­ປ່ຽນ, ປຶກ­ສາຫາ­ລືຊຸກ­ຍູ້ລະ­ບົບຄົມ­ມະນາ­ຄົມຂົນສົ່ງ ແບບຍືນຍົງກັບສິ່ງ­ແວດ­ລ້ອມ, ປະ­ກອບ­ສ່ວນເຂົ້າການປະ­ຕິ­ບັດເປົ້າໝາຍກ່ຽວກັບການພັດ­ທະ­ນາແບບຍືນຍົງ.
            ເວ­ທີປາໄສໄດ້ດຳ­ເນີນໃນລະ­ຫວ່າງ ວັນທີ 28 – 30 ຕຸ­ລາ, ດ້ວຍເຫດ­ການຕ່າງໆໃນນັ້ນມີບັນ­ດາການປຶກ­ສາຫາ­ລືບັນ­ດານະ­ໂຍ­ບາຍ ກ່ຽວກັບ ຄົມ­ມະ­ນາ­ຄົມຂົນ­ສົ່ງແບບຍືນຍົງກັບສິ່ງແວດ­ລ້ອມ, ຫຼຸດ­ຜ່ອນມົນລະພິດອາ­ກາດສິ່ງ­ແວດ­ລ້ອມ ຢູ່ ບັນ­ດາຕົວເມືອງ, ຍົກສູງບັນ­ດາການບໍລິ­ການຂົນ­ສົ່ງ ແລະ ໂຄງປະ­ກອບພື້ນ­ຖານໂຄງລ່າງຄົມມະນາຄົມ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top