• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ 14

      ຕອນເຊົ້າວັນທີ 23 ຕຸລາ, ສະພາແຫ່ງຊາດຊຸດທີ 14 ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 4 ຢູ່ນະຄອນຫຼວງ ຮ່າໂນ້ຍ ຢ່າງສົມກຽດ. ເຂົ້າຮ່ວມວາລະໄຂມີການນຳຂັ້ນສູງ, ອະດິດການນຳຂັ້ນສູງຂອງພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ, ໃນນັ້ນ ມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. 
      ໃນເວລາ 26 ວັນເຮັດວຽກ, ໄປຄຽງຄູ່ກັບບັນດາເນື້ອໃນນິຕິບັນຍັດ, ສະພາແຫ່ງຊາດຍັງສຸມໃສ່ປຶກສາຫາລື, ພິຈາລະນາ ແລະ ຕັດສິນຫຼາຍເນື້ອໃນສຳຄັນກ່ຽວກັບເສດຖະກິດ - ສັງຄົມ, ປະກອບສ່ວນປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ ໃນປີນີ້ ແລະ ຊຸມປີຕໍ່ໄປຢ່າງມີໄຊ.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວປາໄສ ໄຂກອງປະຊຸມ
      ໃນບົດປາໄສໄຂກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ 14, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢັ້ງຢືນວ່າ: 9ເດືອນຕົ້ນປີ, ປະເທດບັນລຸໄດ້ບັນດາໝາກຜົນຕັ້ງໜ້າ. ເສດຖະກິດເຕີບໂຕດີພໍສົມຄວນ, ການຜະລິດ, ການສົ່ງອອກ , ການທ່ອງທ່ຽວສືບຕໍ່ເຕີບໂຕດີພໍສົມຄວນ, ການປະຕິຮູບລະບຽບການບໍລິຫາມີການຫັນປ່ຽນຫຼາຍຢ່າງ, ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດໄດ້ຮັບການປັບປຸງ. ຊີວິດສັງຄົມໄດ້ຮັບປະກັນ, ການປ້ອງກັນຊາດໄດ້ເພີ່ມທະວີ, ປ້ອງກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມສືບຕໍ່ໄດ້ຮັບການຮັກສາໄວ້. ທີ່ຕັ້ງບົດບາດຂອງ ຫວຽນາມ ບົນເວທີສາກົນ ໄດ້ຮັບການຍົກສູງຂຶ້ນ, ພິເສດແມ່ນເຫດການປີ APEC ຫວຽດນາມ 2017.
        ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດຈະພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ 6 ສະບັບ, ຮ່າງມະຕິ 12 ສະບັບ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍ 9 ສະບັບອື່ນໆ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ:
“ບັນດາຮ່າງກົດໝາຍທີ່ໄດ້ຮັບການພິຈາລະນາທີ່ກອງປະຊຸມຄັ້ງນີ້ ລ້ວນແຕ່ແມ່ນບັນດາບັນຫາສຳຄັນໄດ້ຮັບຄວາມສົນໃຈຈາກຜູ້ມີສິດເລືອກຕັ້ງ ແລະ ສັງຄົມ. ບັນດາຮ່າງກົດໝາຍສືບຕໍ່ຫັນເປັນລະບອບຂໍ້ກຳນົດຂອງລັດຖະທຳມະນູນກ່ຽວກັບການປົກປ້ອງສິດທິມະນຸດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ, ຊຸກຍູ້ການພັດທະນາເສດຖະກິດ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຮັບປະກັນສະພາບແວດລ້ອມການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເພີ່ມທະວີວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະຕິຮູບດ້ານການບໍລິຫານ… ກ່ຽວກັບວຽກງານຕິດຕາມກວດກາ, ສະພາແຫ່ງຊາດຈະດຳເນີນການຕິດຕາມກວດກາຂັ້ນສູງດ້ວຍຫົວເລື່ອງສະເພາະກ່ຽວກັບການປະຕິບັດນະໂຍບາຍກົດໝາຍກ່ຽວກັບການປະຕິຮູບການຈັດຕັ້ງກົງຈັກບໍລິຫານຂອງລັດໄລຍະ 2011 – 2016; ພິຈາລະນາບັນດາບົດລາຍງານຂອງວຽກງານປະທານສານ…”
      ກໍ່ທີ່ວາລະໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລາຍງານຕໍ່ສະພາແຫ່ງຊາດກ່ຽວກັບໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2017; ແຜນການພັດທະນາເສດຖະກິດ - ສັງຄົມປີ 2018. ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈີ່ນແທງເໝີນ ສະເໜີບົດລາຍງານສະຫລຸບຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ. ທ່ານຫົວໜ້າກຳມາທິການເສດຖະກິດຂອງສະພາແຫ່ງຊາດ ຫວູຮົ່ງແທງ ສະເໜີບົດລາຍງານກວດກາກ່ຽວກັບໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ປີ 2017; ແຜນການພັດທະນາເສດຖະກິດ - ສັງຄົມປີ 2018.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top