• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກ​ລະ​ບາດ Covid-19 ສົ່ງ​ຜົນສະ​ທ້ອນ​ເຖິງ​ການ​ເຄື່ອນ​ໄຫວ​ເຂົ້າ - ​ອອກ​ເມືອງຢູ່ຫຼາຍ​ປະ​ເທດ​

ວັນທີ 26 ກຸມພາ, ລັດຖະບານຍີ່ປຸ່ນ ມີແຜນການປະກາດໃຊ້ຄຳສັ່ງຫ້າມບໍ່ໃຫ້ເຂົ້າເມືອງສຳລັບພົນລະເມືອງຕ່າງປະເທດ ກ່ອນທີ່ຈະເຂົ້າເມື່ອງຍີ່ປຸ່ນໄດ້ໄປນະຄອນ Daegu ແລະ ເມືອງ Cheangdo ຕິດກັບເຂດແດນຂຶ້ນກັບແຂວງທາງພາກເໜືອ Gyeongsang ເຊິ່ງແມ່ນຈຸດໃຈກາງເກີດໂລກລະບາດ Covid – 19 ຢູ່ສ.ເກົາຫຼີ. 


ປະຊາຊົນຍິ່ປຸ່ນ ໃສ່ຜ້າອັດປາກ - ດັງເພື່ອຫຼີກລ້ຽງການຕິດແປດເຊື້ອພະຍາດ nCoV-19

(ພາບ: TTXVN)


ກ່ອນໜ້ານັ້ນ, ຍີ່ປຸ່ນໄດ້ຫ້າມເຂົ້າເມືອງສຳລັບຜົນລະເມືອງຕ່າງປະເທດທີ່ເຄີຍໄປແຂວງ ຫູເປີຍ ແລະ ແຂວງເຈື້ອຈຽງ ຂອງປະເທດຈີນ.

        ໃນຂະນະນັ້ນ, ປັດຈຸບັດມີ 7 ປະເທດໃນໂລກລວມມີ: ອິດສະລາແອັນ, ຊາມົວ, ໄມໂຄຣນີເຊີຍ, ກີຣີບາຕີ, ໂກມໍ,  ຕູວາລູ ແລະ ໝູ່ເກາະ ຊາໂລມົງ ໄດ້ຈັດວາງມາດຕະການຈຳກັດການເຂົ້າເມືອງສຳລັບພົນລະເມືອງຍີ່ປຸ່ນ ກໍ່ຄືພົນລະເມືອງປະເທດຕ່າງໆກ່ອນໜ້ານັ້ນໄດ້ໄປຍີ່ປຸ່ນ.

        ຢູ່ເອີລົບ, ອີຕາລີ ແລະ ບາງປະເທດບ້ານໃກ້ເຮືອນຄຽງລວມມີ ໂອຕາລິດ,  ກຣົວຊີ, ຝລັ່ງ, ເຢຍລະມັນ, ສະໂລວາມີ ແລະ ສະວິດ ໄດ້ຕົກລົງບໍ່ປິດປະຕູດ່ານຊ່າຍແດນ ໂດຍບໍ່ຫົວຊາຕໍ່ Covid – 19 ທີ່ພວມມີສັນຍານແຜ່ລະບາດໃນອີຕາລີ.

(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ລາວ ຄັ້ງ​ທີ 6

ກອງ​ປະ​ຊຸມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ລາວ ຄັ້ງ​ທີ 6

ຕອນ​ເຊົ້າ​ວັນ​ທີ 03 ເມ​ສາ, ຢູ່​ສຳ​ນັກ​ງານກອ​ງ​ບັນ​ຊາ​ການ​ທະ​ຫານ​ເຂດ 5, ນະ​ຄອນ ດ່າ​ໜັງ ໄດ້​ດຳ​ເນີນກອງ​ປະ​ຊຸມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ລາວ ຄັ້ງ​ທີ 6. ທ່ານ ພົນ​ໂທ ຫງວຽນ​ເຈື່ອງ​ຖັງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ ທ່ານພົນ​ໂທ ສາຍ​ໃຈ ກົມ​ມະ​ສິດ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ, ເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ປະ​ຊາ​ຊົນ​ລາວ, ເປັນ​ປະ​ທານ​ຮ່ວມ.

Top