• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດ Covid -19: ອີຕາລີຮຽກຮ້ອງໃຫ້ EU ໝູນໃຊ້ ກົນໄກເຮັດໃຫ້ ເອີລົບມີຄວາມໝັ້ນຄົງທີ່ສຸດ

      ວັນທີ 20 ມີນາ, ທ່ານ Giuseppe Conte ນາຍົກລັດຖະມົນຕີ ອີຕາລີ ໄດ້ຮຽກຮ້ອງໃຫ້ສະຫະພາບ ເອີລົບ (EU) ໝູນໃຊ້ກອງທຶນຊ່ວຍເຫຼືອໃຫ້ໄດ້ຫຼາຍທີ່ສຸດ ເພື່ອແນໃສ່ຮັບມືກັບໂລກລະບາດ Covid 19 ທີ່ພວມມີການແຜ່ລາມອອກສູ່ ວົງກ້ວາງຢູ່ເອີລົບ.

ແພດໝໍດູແລຄົນເຈັບຕິດໂລກລະບາດ Covid – 19 ຢູ່ໂຮງໝໍ ຢູ່ອີຕາລີ ໃນວັນທີ 17 ມີນາ 2020 (ພາບ: AFP/TTXVN)
      ໃນການຕອບສຳພາດຕໍ່ນັກຂ່າວໜັງສືພິມ Financial Times ທ່ານ Giuseppe Conte ໄດ້ເລັ່ງລັດໃຫ້ EU ດັດປັບກົນໄກຄວາມໝັ້ນຄົງເອີລົບ (ESM) ໂດຍແມ່ນກອງທຶນຊ່ວຍເຫຼືອປະຈຳຂອງບັນດາປະເທດຢູ່ພາກພື້ນນຳໃຊ້ເງິນຕາລວມເອີລົບ (Eurozone) ເພື່ອປັບຕົວເຂົ້າກັບການຮັບມືກັບໂລກລະບາດ Covid -19.
            ຕາມທ່ານ Giuseppe Conte ແລ້ວ, ESM ໄດ້ສ້າງຕັ້ງຂຶ້ນແມ່ນເພື່ອແນໃສ່ຮັບມືກັບວິກິດການທີ່ແຕກຕ່າງກັນ, ດັ່ງນັ້ນຕ້ອງດັດປັບເພື່ອໃຫ້ມີການຮັບມືຢ່າງເໝາະສົມກັບສະພາບການໃນປັດຈຸບັນ, ຈາກນັ້ນຈະຊ່ວຍໃຫ້ EU ໝູນໃຊ້ແຫຼ່ງກອງທຶນນີ້ໃຫ້ດີທີ່ສຸດ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top