• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດ COVID-19: ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດຢູ່ທ້ອງຖິ່ນຕ່າງໆ

      ທ່ານລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ໂຕເລິມ ເນັ້ນໜັກວ່າ: ຕຳລວດບັນດາແຂວງ, ນະຄອນ, ທ້ອງຖິ່ນ ສືບຕໍ່ປະຕິບັດການຊີ້ນຳປ້ອງກັນ, ສະກັດກັ້ນ Covid-19 ຢ່າງເຂັ້ມງວດ ແລະ ມີປະສິດທິພົນ.
            ທີ່ກອງປະຊຸມກວດກາວຽກງານຊີ້ນຳ, ນຳພາໜ້າທີ່ການເມືອງ, ໃນນັ້ນ ມີເນື້ອໃນບາງຢ່າງທີ່ກ່ຽວຂ້ອງເຖິງການປ້ອງກັນ, ສະກັດກັ້ນໂລກລະບາດ Covid-19, ຄະນະປະຈຳຄະນະພັກນະຄອນ ຮ່າໂນ້ຍ ພ້ອມກັບການນຳຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຕັດສິນໃຈຈະໜູນຊ່ວຍຢ່າງສຸດຂີດໃຫ້ແກ່ໂຮງໝໍ ແບກມາຍ ກ່ຽວກັບອຸປະກອນການແພດ, ເຄື່ອງວິໄຈ Covid-19. ຄະນະປະຈຳຄະນະພັກນະຄອນ ຮ່າໂນ້ຍ ກໍ່ມອບໜ້າທີ່ໃຫ້ຄະນະຊີ້ນຳການປ້ອງກັນ, ສະກັດກັ້ນ Covid-19 ຂອງນະຄອນ ປະຕິບັດຢ່າງເຂັ້ມງວດຄຳສັ່ງຊີ້ນຳຂອງນາຍົກລັດຖະມົນຕີໃນການປ້ອງກັນ, ສະກັດກັ້ນ Covid-19.
        ແລະກໍ່ໃນວັນດຽວກັນ, ກ່າວຄຳເຫັນທີ່ກອງປະຊຸມແລກປ່ຽນວຽກງານອອນລາຍຂອງຄະນະຊີ້ນຳການປ້ອງກັນ, ສະກັດກັ້ນ Covid-19 ນະຄອນ ໂຮ່ຈີມິນ. ທ່ານ ຫງວຽນແທ່ງຟອງ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ:
        “ພະແນກສາທາລະນະສຸກຄວນກວດກາຢ່າງແໜ້ນແຟ້ນ, ຕ້ອງກຳນົດໄດ້ ບໍລິເວນຕິດເຊື້ອ Covid-19 ພວມມີຄວາມສ່ຽງແຜ່ລະບາດໃນປະຊາຄົມຫຼືບໍ່”, ການສະເໜີນີ້ ຈະຕັດສິນຕໍ່ຍຸດທະສາດທັງໝົດການປ້ອງກັນ, ສະກັດກັ້ນໂລກລະບາດຂອງນະຄອນ ໂຮ່ຈີມິນ ໃນໄລຍະຈະມາເຖິງ. ສ້າງແຜນການປິ່ນປົວ, ແຍກຕົວໃຫ້ເໝາະສົມກັບຈຳນວນຜູ້ຕິດເຊື້ອ Covid-19, ຮັບປະກັນເພື່ອບັນລຸໄດ້ໝາກຜົນສູງສຸດ.
        ແລະກໍ່ໃນວັນທີ 30 ມີນາ, ທ່ານ ຫງວຽນວັນເຢືອງ, ປະທານຄະນະກຳມະການປະຊາຊົນແຂວງ ດົງທ໊າຍ ໄດ້ຮຽກຮ້ອງກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ຄວບຄຸມເຂດຊາຍແດນຢ່າງເຄັ່ງຄັດ, ບັນດາຂະແໜງການ, ທ້ອງຖິ່ນຕ່າງໆຈົ່ງຂ້ຽວຂາດປະຕິບັດການປ້ອງກັນ, ສະກັດກັ້ນ Covid-19 ໃນບໍລິເວນແຂວງ.
        ທີ່ກອງປະຊຸມທາງອອນລາຍຂອງກະຊວງຕຳຫລວດ ຫວຽດນາມ ກັບຕຳຫລວດແຂວງ, ນະຄອນຂຶ້ນກັບສູນກາງ ກ່ຽວກັບວຽກງານສະຫລຸບໄຕມາດໜຶ່ງ ປີ 2020, ເຊິ່ງດຳເນີນໃນວັນທີ 30 ມີນາ, ທ່ານລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ໂຕເລິມ ເນັ້ນໜັກວ່າ: ຕຳລວດບັນດາແຂວງ, ນະຄອນ, ທ້ອງຖິ່ນ ສືບຕໍ່ປະຕິບັດການຊີ້ນຳປ້ອງກັນ, ສະກັດກັ້ນ Covid-19 ຢ່າງເຂັ້ມງວດ ແລະ ມີປະສິດທິພົນ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top