ອາເມລິກາ ຢືນອັນດັບໜຶ່ງໃນໂລກກ່ຽວກັບຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດ ຫຼາຍກວ່າ 35 ລ້ານຄົນ, ໃນນັ້ນມີເກືອບ 625.000 ຄົນເສຍຊີວິດ. ຖັດຈາກ ອາເມລິກາ ແມ່ນ ອິນເດຍ ແລະ ບຣາຊິນ.
ສ່ວນຢູ່ ອາຊີ, ອິນໂດເນເຊຍ ຍັງແມ່ນຈຸດຮ້ອນເຮັ່ງຂອງໂລກລະບາດ. ກະຊວງສາທາລະນະສຸກ ອິນໂດເນເຊຍ ແຈ້ງໃຫ້ຊາບວ່າ ປະເທດນີ້ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 38.300 ຄົນ ແລະ ມີກວ່າ 29.700 ຄົນ ເສຍຊີວິດໃນຮອບເວລາ 24 ຊົ່ວໂມງຜ່ານມາ. ໄລ່ຮອດປັດຈຸບັນ, ອິນໂດເນເຊຍ ຢັ້ງຢືນມີຜູ້ຕິດເຊື້ອລວມທັງໝົດກວ່າ 2,9 ລ້ານຄົນ, ໃນນັ້ນ ມີເກືອບ 75.000 ຄົນເສຍຊີວິດ.

ສ່ວນຢູ່ ຫວຽດນາມ ນັບແຕ່ເວລາ 18 ໂມງ 30 ນາທີ ຂອງວັນທີ 20 ກໍລະກົດ ຫາເວລາ 6 ໂມງຂອງວັນທີ 21 ກໍລະກົດ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອິກ 2.787 ຄົນ, ໃນນັ້ນ ນະຄອນ ໂຮ່ຈີມິນ ມີ 1.739 ຄົນ.
ໄລ່ຮອດຕອນເຊົ້າວັນທີ 21 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ອລວມທັງໝົດ 65.607 ຄົນ, ໃນນັ້ນ ມີ 11.443 ຄົນ ໄດ້ຮັບການປິ່ນປົວຫາຍດີແລ້ວ.
(ແຫຼ່ງຄັດຈາກ VOV)