• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດໂຄວິດ-19: ຈຳນວນຜູ້ຕິດໂລກລະບາດໃນທົ່ວໂລກໄດ້ຂຶ້ນເຖິງ 1 ລ້ານຄົນ

      ໄລ່ຮອດເວລາ 8 ໂມງຂອງວັນທີ 03 ເມສາ (ຕາມເວລາຫວຽດນາມ), ຈຳນວນຜູ້ຕິດເຊື້ອໄວຣັດ SARS-CoV-2 ໃນທົ່ວໂລກແມ່ນ 1.014.499 ຄົນ, ໃນນັ້ນຈຳນວນຜູ້ເສຍຊີວິດແມ່ນ 53.159 ຄົນ.
 
   
 ຈຳນວນຜູ້ຕິດໂລກລະບາດໃນທົ່ວໂລກໄດ້ຂຶ້ນເຖິງ 1 ລ້ານຄົນ
      ອາເມລິກາ ພວມແມ່ນຈຸດໃຈກາງຂອງໂລກລະບາດດ້ວຍຜູ້ຕິດໂລກລະບາດແມ່ນ 224.433 ຄົນ ແລະ 6.063 ຄົນເສຍຊີວິດ. ຖັດຈາກນັ້ນແມ່ນ ອີຕາລີ ມີຜູູ້ຕິດໂລກລະບາດແມ່ນ 115.242 ຄົນ ແລະ ແອັດສະປາຍ ແມ່ນ 112.065 ຄົນ.
        ຢູ່ເອີລົບ, ຈຳນວນຜູ້ຕິດໂລກລະບາດຢູ່ເຢຍລະມັນ ໃນຮອບເວລາ 24 ຊົ່ວໂມງຜ່ານມາແມ່ນ 6.813 ຄົນ, ເພີ່ມຂຶ້ນເປັນ 84.794 ຄົນ. ໃນນັ້ນມີຜູ້ເສຍຊີວິດແມ່ນ 1.107 ຄົນ.
        ໃນສະພາບໂລກລະບາດມີການຜັນແປຢ່າງຮ້າຍແຮງນັ້ນ, ທ່ານປະທານາທິບໍດີ ປອກຕຸຍການ Marcelo Rebelo de Sousa ໄດ້ຖະແຫຼງແກ່ຍາວເວລາສຸກເສີນລະດັບຊາດໄປຕື່ມອີກ 15 ວັນ ຈົນຮອດວັນທີ 17 ເມສາ ຈະມາເຖິງ.
        ສ່ວນຢູ່ອາຟະລິກາ, ໄດ້ມີທັງໝົດ 6.720 ຄົນຕິດໂລກລະບາດໂຄວິດ-19 ແລະ 273 ຄົນເສຍຊີວິດ.
 (ແຫຼ່ງຄັດຈາກ VOV)

APEC 2027 ຈະມຸ່ງໄປເຖິງປະຊາຄົມ ອາຊີ - ປາຊີຟິກ ສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ

APEC 2027 ຈະມຸ່ງໄປເຖິງປະຊາຄົມ ອາຊີ - ປາຊີຟິກ ສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ

ວຽກງານເນື້ອໃນບໍ່ພຽງແຕ່ແມ່ນເພື່ອຮັບປະກັນການຈັດກອງປະຊຸມໃຫ້ສຳເລັດເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນແຈ້ງເຖິງຈິນຕະນາການຍຸດທະສາດ, ວິໄສທັດໄລຍະຍາວ.

Top