• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂທ​ລະ​ເລກອວຍ​ພອນ 65 ປ​ີ​ແຫ່ງວັນ​ສ້​າງ​ຕັ້​ງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດລາວ

ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955 – 22 ມີນາ 2020), ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມໄດ້ສົ່ງໂທລະເລກອວຍພອນເຖິງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.

ທ່ານ
ນາງສູນທອນ ໄຊຍະຈັກ ກຳມະການສູນກາງພັກຫົໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ແລະ ທ່ານຫງວຽນບ໊າຮູ່ງເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ  (ພາບ: TTXVN)

ໂທລະເລກໄດ້ຊີ້ແຈ້ງວ່າ: 65 ປີທີ່ຜ່ານມາ, ພາຍໃຕ້ການຊີ້ນຳນຳພາຢ່າງສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວບັນລຸໄດ້ບັນດາໄຊຊະນະອັນຍິ່ງໃຫຍ່, ມີຄວາມໝາຍດ້ານປະຫວັດສາດໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດ, ສ້າງສາແລະປົກປັກຮັກສາປະເທດຊາດ. ພັກກອມມູນິດຫວຽດນາມແລະປະຊາຊົນຫວຽດນາມໄດ້ຕີລາຄາສູງແລະສະແດງຄວາມຊົມເຊີຍຕໍ່ບັນດາຜົນງານແລະໄຊຊະນະອັນຍິ່ງໃຫຍ່ເຊິ່ງພັກປະຊາຊົນປະຕິວັດລາວບັນລຸໄດ້ໃນຕະຫຼອດໄລຍະເວລາທີ່ຜ່ານມາ. ບັນດາຜົນງານຂອງພັກປະຊາຊົນປະຕິວັດລາວບໍ່ພຽງແຕ່ມີຄວາມໝາຍເລິກເຊິ່ງສຳລັບພາລະກິດແຫ່ງການສ້າງສາ, ປົກປັກຮັກສາແລະພັດທະນາປະເທດລາວເທົ່ານັ້ນແຕ່ຍັງແມ່ນແຫຼ່ງກຳລັງໃຈອັນໃຫຍ່ຫຼວງຕໍ່ພັກ, ລັດແລະປະຊາຊົນຫວຽດນາມໃນວິວັດແຫ່ງການປ່ຽນແປງໃໝ່, ສ້າງສາແລະປົກປັກຮັກສາປະເທດຊາດອີກດ້ວຍ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top