• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂ​ວງ ກວາງ​ນາມ ​ອາດ​ຈະ​ກາຍ​ເປັນ​ແຂວງ​ທຳ​ອິ​ດ​ໃນ​ທົ່ວ​ປະ​ເທດ​ນຳ​ໃຊ້​ທົດ​ລອງກົນ​ໄກ “Passport ວັກ​ຊິນ”

ໃນວັນທີ 15 ເມສາ, ທ່ານ ຫງວຽນວັນຮຸ່ງ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ ກະຊວງມີແຜນການເປີດຄືນບັນດາການເຄື່ອນໄຫວທ່ອງທ່ຽວສາກົນຕາມຂັ້ນຕອນ.
ພາບປະກອບ: VOV

ຕອນເຊົ້າວັນທີ 18 ເມສາ, ທ່ານ ເລຈີ໊ແທັງ, ປະທານຄະນະມະການ ປຊຊ ແຂວງກ໋ວາງນາມ ໃຫ້ຮູ້ວ່າ ທາງແຂວງໄດ້ສົ່ງເອກະສານລົງທະບຽນໄປຍັງກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ຕິດພ້ອມກັບຮ່າງເອກະສານວິທີການຮັບແຂກ.

ຖ້າໄດ້ຮັບການຮອບຮອງເອົາຈາກລັດຖະບານ, ແຂວງກ໋ວາງນາມ ຈະກາຍເປັນແຂວງທຳອິດໃນທົ່ວປະເທດນຳໃຊ້ທົດລອງກົນໄກ “Passport ວັກຊິນ”. ກ່ອນອື່ນໝົດ, ທາງແຂວງຈົດທະບຽນທົດລອງຄັ້ງຄັ້ງທີໜຶ່ງ, ຕ້ອນຮັບແຂກທ່ອງທ່ຽວສ.ເກົາຫຼີ, ທັງປະຕິບັດ ທັງຖອດຖອນບົດຮຽນເພື່ອປະຕິບັດຄັ້ງທີ 2, ເປີດກ້ວາງໄປຍັງບາງຕະຫຼາດສາກົນອື່ນໆອີກ. ແຂກທ່ອງທ່ຽວເຂົ້າເມືອງ ຫວຽດນາມ ໂດຍບັນດາບໍລິສັດທ່ອງທ່ຽວສາກົນຈັດຕັ້ງຕາມຖ້ຽວ, ແຕ່ລະຄົນລ້ວນແຕ່ຕ້ອງມີ Passport ວັກຊິນ ແລະ ໜັງສືຢັ້ງຢືນຂອງອົງການການແພດ ດ້ວຍຜົນກວດເຊື້ອໄວຣັດ SARS – CoV - 2 ເປັນລົບ.

ກ່ອນໜ້ານັ້ນໃນວັນທີ 15 ເມສາ, ທ່ານ ຫງວຽນວັນຮຸ່ງ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ ກະຊວງມີແຜນການເປີດຄືນບັນດາການເຄື່ອນໄຫວທ່ອງທ່ຽວສາກົນຕາມຂັ້ນຕອນ. ໃນນັ້ນ, ໄລຍະທົດລອງແຕ່ເດືອນ ກໍລະກົດປີ 2021 ຫາ ເດືອນກັນຍາປີ 2021 ເຊິ່ງຈະສຸມໃສ່ຜະລິດຕະພັນການທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບຢູ່ທະເລ ແລະ ການທ່ອງທ່ຽວ-ຕີກອບສຳລັບແຂກທ່ອງທ່ຽວມາຈາກສ.ເກົາຫຼີ.

 (ແຫຼ່ງຄັດຈາກ VOV)

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ.

Top