• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງ ກວາງນີງ ໄຂງານບຸນວິຫານ ເກື໋ອອົງ

      ເພີ່ມທະວີວຽກງານຄຸ້ມຄອງ, ບູລະນະປະຕິສັງຂອນ, ສ້ອມແປງບັນດາເຂດປູຊະນີຍະສະຖານປະຫວັດສາດ, ເຂດທ່ອງທ່ຽວທັດສະນີຍະພາບ.

ວິຫານເກື໋ອອົງ ເປີດງານບຸນປີ 2018
(ພາບ: halongtourism.com.vn)
      ຕອນຄ່ຳວັນທີ 18 ມີນາ, ຢູ່ນະຄອນ ເກີ໋ມຝາ, ແຂວງ ກວາງນິງ, ໄດ້ຈັດຕັ້ງພິທີຕ້ອນຮັບໃບຢັ້ງຢືນເຂດປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ ວິຫານ ເກື໋ອອົງ ແລະ ໄຂງານບຸນວິຫານ ເກື໋ອອົງ ປີ 2018. ວິຫານເກື໋ອອົງ ແມ່ນບ່ອນບູຊານາຍພົນ ເຈີ່ນກວກຕ໋າງ, ລູກຜູ້ທີ 3 ຂອງນາຍພົນ ເຈີ່ນກວກຕ໋ວນ ແລະ ນາຍພົນຫຼາຍທ່ານໃນສະໄໝລາດຊະວົງເຈີ່ນ (ສະຕະວັດທີ 13) ທີ່ມີຄຸນງາມຄວາມດີໃນການຕໍ່ສູ້ຕ້ານສັດຕູ, ປົກປັກຮັກສາເຂດທາງທິດຕາເວັນອອກສ່ຽງເໜືອ.
        ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ເນັ້ນໜັກວ່າ:
        ຂ້າພະເຈົ້າສະເໜີໃຫ້ແຂວງ ກວາງນີງ ຈົ່ງເອົາໃຈໃສ່ເປັນພິເສດເຖິງການພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງປາຍແຫຼມ. ເພີ່ມທະວີວຽກງານຄຸ້ມຄອງ, ບູລະນະປະຕິສັງຂອນ, ສ້ອມແປງບັນດາເຂດປູຊະນີຍະສະຖານປະຫວັດສາດ, ເຂດທ່ອງທ່ຽວທັດສະນີຍະພາບ. ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ວິຊາຊີບໃຫ້ມີຄຸນນະພາບສູງເພື່ອຕອບສະໜອງໜ້າທີ່ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງແຂວງ. ພ້ອມທັງມີແຜນການຝຶກອົບຮົມໃຫ້ພະນັກງານ ແລະ ປະຊາຊົນທ້ອງຖິ່ນກ່ຽວກັບວິຊາຊີບ, ພາສາຕ່າງໆ ແລະ ທ່າທີການປະພຶດສຳລັບມໍລະດົກ ແລະ ແຂກທ່ອງທ່ຽວ.
 (ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​​ວິ​ສາ​ມັນ​ສະ​ພາ​ແຫ່ງ​ຊາດຈະ​ດຳ​ເນີນ​ໃນ​ເດືອນ​ສິງ​ຫາ​ຈະ​ມາ​ເຖິງ

ກອງ​ປະ​ຊຸມ​​ວິ​ສາ​ມັນ​ສະ​ພາ​ແຫ່ງ​ຊາດຈະ​ດຳ​ເນີນ​ໃນ​ເດືອນ​ສິງ​ຫາ​ຈະ​ມາ​ເຖິງ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ໃຫ້​ຮູ້​ວ່າ​ຂັ້ນ​ມີ​ສິດ​ອຳ​ນາດ​ໄດ້​ເຫັນ​ດີ​ຕໍ່​ແຜນ​ນະ​ໂຍ​ບາຍ​ຈັດ​ກອ​ງ​ປະ​ຊຸມ​ວິ​ສາ​ມັນ​ໃນ​ເດືອນ ສິງ​ຫາ 2026.

Top