• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງ​ດ້ຽນ​ບຽນ: ​ເຮັດ​ລະ​ບຽບ​ການ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ ເຂົ້າ​ເມືອງ ຫວຽດ​ນາມ ຜ່ານ​ດ່ານ​ຊາຍ​ແດນ​ສາ​ກົນ ໄຕ​ຈາງ

ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ນັກສຶກສາລາວ ແລະ ກຳປູເຈຍກັບມາ ຮຽນຢູ່ຫວຽດນາມ, ໃນລະຫວ່າງ ວັນທີ 17 – 18 ມິຖຸນາ, ຢູ່ດ່ານຊາຍແດນໄຕຈາງ, ທະຫານຊາຍແດນແຂວງດ້ຽນບຽນໄດ້ຈັດຕັ້ງການເຮັດລະບຽບການເຂົ້າເມືອງໃຫ້ແກ່ນັກສຶກສາລາວ ແລະ ຫວຽດນາມ.

ນັກສຶກສາລາວຢູ່ດ່ານຊາຍແດນໄຕຈາງ 

ຍອດຈຳນວນນັກສຶກສາລາວເຂົ້າເມືອງຫວຽດນາມໃນຄັ້ງນີ້ແມ່ນຫຼາຍກ່ວາ 1000 ຄົນ, ພາຍຫຼັງມາຮອດເຂດດ່ານຊາຍແດນຂອງຫວຽດນາມ, ບັນດານັກສຶກສາດັ່ງກ່າວຈະໄດ້ຮັບການ ກວດສຸຂະພາບ, ວັດແທກອູນຫະພູມຮ່າງກາຍ, ແຈ້ງອາການສຸຂະພາບ, ຈັດປະເພດ ແລະ ແນະນຳປະຕິບັດລະບຽບການເຂົ້າເມືອງຈາກທະຫານຊາຍແດນແຂວງດ້ຽນບຽນ ແລະ ພະນັກງານສູນຄວບຄຸມໂລກລະບາດແຂວງ.

ບັນດານັກສຶກສາຈະໄດ້ປະຕິບັດການແຍກຕົວ ຢູ່ບັນດາສະຖານທີ່ແຍກຕົວຕາມຂໍ້ກຳນົດ ແລະ ປະຕິບັດຕາມການຊີ້ນຳຂອງນາຍົກລັດຖະມົນຕີກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ.

(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top