• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂກທ່ອງທ່ຽວຕ່າງປະເທດຫລາຍຄົນມາຢ້ຽມຢາມຫວຽດນາມໃນມື້ຕົ້ນປີໃຫມ່ສາກົນ2019

      ຕອນເຊົ້າວັນທີ 1 ມັງກອນປີ 2019, ພະແນກທ່ອງທ່ຽວ ຮ່າໂນ້ຍ ສົມທົບກັບ ບໍລິສັດໃຫຍ່ການບິນ ຫວຽດນາມ, ທ່າອາກາດສະຍານສາກົນ ໂນ້ຍບາຍ ແລະບັນດາຫົວຫນ່ວຍກ່ຽວຂ້ອງ ຈັດຕັ້ງລາຍການຕ້ອນຮັບແຂກທ່ອງທ່ຽວສາກົນຜູ້ທຳອິດມາຢ້ຽມຢາມນະຄອນຫລວງ ຮ່າໂນ້ຍຊປີ 2019 ນັ້ນແມ່ນ ທ່ານ Timo Kuz ສັນຊາດ ເຢຍລະມັນ. 

ນັກທ່ອງທ່ຽວຕ່າງປະເທດຫລາຍຄົນມາຢ້ຽມຢາມຫວຽດນາມໃນໂອກາດຕົ້ນປີໃຫມ່ 2019
      ກ່າວຄຳເຫັນອວຍພອນແຂກທ່ອງທ່ຽວຜູ້ທຳອິດມາຢ້ຽມຢາມ ຮ່າໂນ້ຍ ດ້ວຍຖ້ຽວບິນຂອງບໍລິສັດການບິນ Vietnam Airlines ທ່ານ ເຈີນດຶກຫາຍ ຫົວຫນ້າພະແນກທ່ອງທ່ຽວງ ຮ່າໂນ້ຍ ໃຫ້ຮູ້ວ່າ: “ເລື່ອງເລືອກເຟັ້ນຮ່າໂນ້ຍ ໃນການໄປທ່ອງທ່ຽວຕົ້ນປີໃຫມ່ຂອງນັກທ່ອງທ່ຽວ ແມ່ນສິ່ງທີ່ເລີ່ມຕົ້ນອັນດີງາມ, ມີໂຊກມີໄຊ ແລະ ປະສົບຜົນສຳເລັດຫລາຍຢ່າງສຳລັບນັກທ່ອງທ່ຽວທ່ານເອງກໍ່ຄືສຳລັບຂະແຫນງທ່ອງທ່ຽວນະຄອນຫລວງ ຮ່າໂນ້ຍໃນປີ 2019.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ພະແນກທ່ອງທ່ຽວ ດາຫນັງ ກໍ່ໄດ້ຈັດຕັ້ງພິທີຕ້ອນຮັບຖ້ຽວບິນສາກົນທຳອິດລົງຈອດສະຫນາມບິນ ດາຫນັງ ໃນໂອກາດຕົ້ນປີໃຫມ່ສາກົນ 2019. ຖ້ຽວບິນ ມີໝາຍເລກ UO550 ຂອງບໍລິສັດການບິນ Hongkong Express ເດີນທາງຈາກ ຮົ່ງກົງ ໃນເວລາ 7 ໂມງ 50 ນາທີ ແລ ະ ລົງຈອດທີ່ສະຫນາມບິນສາກົນ ດາຫນັງ ໃນເວລາ 8 ໂມງ 50 ນາທີ ຂອງວັນທີ 1 ມັງກອນປີ 2019 ຂົນສົ່ງຜູ້ໂດຍສານ 180 ຄົນ ມາຢ້ຽມຢາມ ດາຫນັງ.
 (ແຫຼ່ງຄັດຈາກ VOV)
 

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top