• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດຖະກິດອັງກິດມີການເຕີບໂຕຢ່າງຊັກຊ້າ

ເງິນ​ປອນ ຖືກ​ຕົກ​ລາ​ຄາ
      ພາຍຫຼັງ​ປີ 2016 ​ມີ​ການ​ເຕີບ​ໂຕ​​ໜ້າ​ປະ​ທັບ​ໃຈ ໂດຍບໍ່​ຫົວ​ຊາ​ຕໍ່ຂໍ​້​ຕົກ​ລົງ “Brexit” ຖອນ​ອອກ​ຈາກ​ສະ​ຫະ​​ພາບ ເອີ​ລົບ (ອີ​ຢູ) ນັ້ນ, ເສດ​ຖະ​ກິດ ອັງ​ກິດ ພວ​ມ​ມີ​ສັນ​ຍານ​ເສຍ​ທ່າ​ໃນ​ສະ​ພາບ​ຂົງ​ເຂດ​ບໍ​ລິ​ການ, ເຊິ່ງ​ແມ່ນ​ເສົາ​ຄ້ຳ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ປະ​ເທດ ອັງ​ກິດ, ມີ​ການ​ເພີ່ມ​ຂຶ້ນ​ຊ້າ​ກ່​ວາ​ຫຼາຍ​ເມື່ອ​ທຽບ​ໃສ່​ການ​ຄາດ​ຄະ​ເນ. ໃນ​ບົດ​ສຳຫຼວດຫຼ້າ​ສຸດ​ຂອງ IHS Market ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ດັດ​ຊະ​ນີ​​ນັກ​ຄຸ້ມ​ຄອງ​ຊື້​ສິນ​ຄ້າ (PMI) ໃນ​ຂົງ​ເຂດ​ບໍ​ລິ​ການ​ຫລຸດ​ລົງ​ຢູ່​ລະ​ດັບ 54,5 ຄະ​ແນນ​ໃນ​ເດ​ືອນ 1/2017 ລົງ​ເຫຼືອ​ພຽງ 53,3 ຄະ​ແນນ​ໃນ​ເດືອນ 2/2017, ຕ່ຳ​ກ່​ວາຫຼາຍເມື່ອ​ທຽບ​ໃສ່​ຕົວ​ເລກ​ຄາດ​ຄະ​ເນ​ຂອງ​ບັນ​ດາ​ນັກ​ໄຈ້​ແຍກແມ່ນ 54,1 ຄະ​ແນນ. 50 ຄະ​ແນນ​ແມ່ນ​ລະ​ດັບ​ຈຳ​ແນກ​ການ​ເຕີບ​ໂຕ ແລະ ​ການຊຸດ​ໂຊມ. ຕາມ​ບັນ​ດາ​ວິ​ສາ​ຫະ​ກິດ ອັງ​ກິດ ແລ້ວ, ຄ່າ​ໃຊ້​ຈ່າຍ​ສູງ ພ້ອມ​ກັບ​ການ​ເງິນ​ຂອງ​ຜູ້​ໃຊ້​ສອຍ​ຖືກ​ຮັດ​ກຸ່ມກ່​ວາ ແມ່ນ 2 ສາຍ​ເຫດ​ຕົ້ນ​ຕໍ​ເຮັດ​ໃຫ້​ຂົງ​ເຂດ​ບໍ​ລິ​ການ​ເຕ​ີບ​ໂຕ​ຊັກ​ຊ້າ​ລົງ. ໝາກ​ຜົນ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ເງິນປອນ ຕົກ​ລາ​ຄາ​ຕຳ​່​ສຸດ​​ໃນ​ທັນ​ທີ່ນັບ​ແຕ່​ເດືອນ 1/2017 ແມ່ນ 1,2224 USD, ຫລຸດ​ລົງ 0,27%.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top