• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສອາຊີປົວຢາວ: “ອະນາຄົດໃໝ່ຂອງອາຊີ-ພະລັງຊີວິດໃໝ່ແລະວິໄສທັດໃໝ່”


ພາບປະກອບ
 
      ວັນ​ທີ 22/3, ​​ເລີ່​ມດຳເນີນ​ການ​ເຄື່ອນ​ໄຫວ​ຕ່າງໆ​​ໃນ​ຂອບ​ເຂດ​ກອງ​ປະຊຸມ​ປະຈຳປີ​ເວທີ​ປາ​ໄສ ອາຊີ ປົວ​ຢາ​ວ ປີ 2016 ຢູ່​​ເທດສະບານ ປົວ​ຢາ​ວ, ​ແຂວງ ​ໄຮ​ໜານ, ປະ​ເທດ ຈີນ. ດ້ວຍ​ຫົວ​ຂໍ້​ວ່າ “ອະນາຄົດ​ໃໝ່​ຂອງ ອາ​ຊີ -  ພະລັງ​ຊີວິດ​ໃໝ່ ​ແລະ ມູນມອງ ວິ​ໄສ​ທັດ​ໃໝ່”, ​​ເວທີ​ປາ​ໄສປີ​ນີ້ ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການດ້ານ​ການ​ເງິນ​ໂລກ, ກຳລັງ​ໜູນ​ໃໝ່​ຊຸກຍູ້​ການ​ຟື້ນ​ຟູ​ຂອງ​ເສດຖະກິດ​ທົ່ວ​ໂລກ, ບົດບາດ​ຂອງ ອາຊີ ​ໃນ​ກາ​ນຊຸກ​ຍູ​້​ເສດຖະກິດ​ໂລກ​ພັດທະນາ… ​ໃນ​ຂອບ​​ເຂດ 4 ວັນທີ່​ດຳ​ເນີນ​ເວທີ​ປາ​ໄສ, ຈະ​ມີ​ການ​ເຄື່ອນ​ໄຫວ​ທີ່ແຕກຕ່າງກັນກ່ວາ 80 ຢ່າງຄື: ກອງ​ປະຊຸມ​ສຳ​ມະ​ນາ​ຫົວ​ເລື່ອງ​ສະ​ເພາະ, ການປຶກສາ​ຫາລື​ໂຕະມົນ, ​ໂອ້​ລົມ​ສົນທະນາ​ໂດ​ຍກົງ… ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ປາຖະກະຖາ 300 ຄົນ ​ແລະ ຜູ້​ແທນ​ 1700 ຄົນ, ປຶກສາ​ຫາລື​ທຸກໆ​ແງ່​ມູມທີ່ແຕກຕ່າງ​ກັນ​ຂອງ​ສະພາບ​ເສດຖະກິດ​ໂລກ ​ແລະ ອາຊີ, ​ໃນ​ນັ້ນ​ມີ 6 ​ເນື້ອ​ໃນ​ຕົ້ນຕໍ​ເຊິ່ງລວມມີ: ການ​ປ່ຽນ​ໃໝ່ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ, ການຮ່ວມ​ສຳພັນ​ໃນພາກ​ພື້ນ, ບັນຫາ​ເສດຖະກິດທີ່​ພົ້ນ​ເດັ່ນ…
        ໂດຍ​ແມ່ນ​ໜຶ່ງ​ໃນ​ບັນດາ​ສະມາ​ຊິກ​ກໍ່​ຕັ້ງ​ເວທີ​ປາ​ໄສ, ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະຈຳ​ປີ​ຂັ້ນ​ລັດຖະບານ​ຫຼາຍ​ຄັ້ງ ​ແລະ ມີ​ການ​ປະກອບສ່ວນ​ຫຼາຍ​ຢ່າງ​ໃຫ້​ແກ່​ກອງ​ປະຊຸມ. ຜ່ານ​ການ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ, ຫວຽດນາມ ປາດຖະໜາຢາກສືບ​ຕໍ່​ຍົກ​ສູງ​ບົດບາດ​ໃນ​ພາກ​ພື້ນ, ຊອກ​ຮູ້, ປຶ​ກສາ​ຫາລື ​ແລະ ​ແບ່ງປັນ​ຄວາມ​ເຫັນ​ກັບ​ບັນດາ​ການ​ນຳ​ໃນ​ໂລກ ​ແລ​ະ ພາກ​ພື້ນ​ກ່ຽວ​ກັບ​ບັນດາ​ການ​ປ່ຽນ​ແປງ​ໃນ​ບັນຫາ​ເສດຖະກິດ, ການ​ເງິນ, ການ​ສຶກສາ… ທ່ານ ​ຟ້າ​ມບີ່​ງມິ​ງ, ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດນຳ​ໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ວາລະໄຂ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 24/3.
(ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top