• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ ຫງວຽນຟູຈ້ອງ ອວຍພອນບຸນເຕັດບັນດາການນຳ, ອະດີດການນຳພັກ,ລັດ


ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ
(ພາບ: dantri.com.vn)
      ວັນ​ທີ 03/02, ​ໃນ​ບັນຍາກາດ​ທົ່ວ​ປະ​ເທດຕ້ອນຮັບ​ລະດູບານ​ໃໝ່, ອວຍພອນພັກ​ກອມ​ມູນິດ ຫວຽດນາມ ຄົບຮອບ 86 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ, ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ອວຍພອນ​ບຸນ​ເຕັດ​ບັນດານັກ​ປະຕິວັດ​ຜູ້​ອາວຸ​ໂສ, ບັນດາ​ການ​ນຳ ​ແລະ ອະດີດ​ການ​ນຳ​ພັກ, ລັດ, ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ພະນັກງານ​ການ​ນຳ​ຂອງ​ບັນດາ​ອົງການ​ສຳ​ນັກ​ງານ​ສູນ​ກາງ ​ແລະ ຮ່າ​ໂນ້ຍ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ເນັ້ນ​ໜັກ​ວ່າ: ​ໃນ​ສະພາວະ​ສະພາບ​ການ​ໂລກ ​ແລະ ພາຍ​ໃນ​ປະ​ເທດ​ປະສົບ​ກັບຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ ​ແຕ່ດ້ວຍ​ຄວາມ​ມານະ​ພະຍາຍາມ, ສູ້​ຊົນຂອງ​​ທົ່ວ​ພັກ, ທົ່ວ​ກອງທັບ ​ແລະ ທົ່ວ​ປວງ​ຊົນ, ຫວຽດນາມ ບັນລຸ​ໄດ້​ບັນດາ​ໝາກຜົນ​ສຳຄັນ, ສະພາບ​ການ​ເສດຖະກິດ - ສັງຄົມ​ສືບ​ຕໍ່​ມີ​ບັນດາ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ, ບັນລຸ​ໄດ້​ຫລາຍ​ໝາກຜົນພໍ​ສົມຄວນ​ໃນ​ບັນດາ​ຂົງ​ເຂດ. ປີ 2016 ​ແມ່ນ​ປີ​ທຳ​ອິດ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ​ແລະ ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ 5 ປີ 2016 – 2020. ທົ່ວ​ພັກ, ທົ່ວ​ປວງ​ຊົນ ຫວຽດນາມ ມານະ​ພະຍາຍາມ​ສູ້​ຊົນ​ຢາງສູງ, ​ເພື່ອ​ສຳ​ເລັດ​ໜ້າ​ທີ່​ຂອງ​ປີ 2016 ຢ່າງ​ມີ​ໄຊ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ເນັ້ນ​ໜັກ​ວ່າ:
        ສູ້​ຊົນ​​ບັນດາ​ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມໃຫ້​ສຳ​ເລັດ​ຢູ່​ລະດັບ​ສູງ​ສຸດ; ​ເພີ່ມ​ທະວີການ​ຮັກສາ​​ເສດຖະກິດມະຫາ​ພາກເປັນ​ປົກກະຕິ, ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້ການ​ເຄື່ອນ​ໄຫວ​ຜະລິດ​ດຳ​ເນີນ​ທຸລະ​ກິດ. ປະຕິບັດ​ບັນດາບຸກທະລຸ​ຍຸດ​ທະ​ສາດ​ຢ່າງ​ແຮງ, ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່ ທີ່​ຕິດ​ພັນ​ກັບ​ການ​ຫັນປ່ຽນ​ຮູບ​ແບບ​ເຕີບ​ໂຕ, ຍົກ​ສູງ​ປະສິດ​ທິຜົນ ​ແລະ ຄວາມ​ສາມາດ​ແກ່ງ​ແຍ້​ງ, ສູ້​ຊົນ​​ເຮັກ​ໃຫ້ການ​ເຕີບ​ໂຕ​ສູງ​ກ່ວາປີ 2015.
      ຕອນ​ບ່າຍ​ວັນ​ດຽວ​ກັນ, ໃນ​ການ​ພົບ​ປະ​, ອວຍ​ພອນ​ບຸນ​ເຕັດ​ປັນ​ຍາ​ຊົນ, ນັກ​ວິ​ທະ​ຍາ​ສາດ, ນັກ​ສິ​ລະ​ປິນ​ດີ​ເດັ່ນ ເກືອບ 150 ຄົນ, ທ່ານ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ອວຍ​ພອນ​ໃຫ້​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ, ປັນ​ຍາ​ຊົນ, ນັກ​ສິ​ລະ​ປິນ​ກ້າວ​ເຂົ້​າ​ສູ່​ປີ​ໃຫມ່​ຈະ​ໄດ້​ຮັບ​ຜົນ​ງານ​ຫລາຍ​ຢ່າງກວ່າ​ອີກ, ມີ​ການ​ປະ​ກອບ​ສ່ວນ​ຫລາຍ​ຢ່າງ​ໃຫ້​ແກ່​ກິດ​ຈະ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.
(ແຫຼ່ງຄັດຈາກ VOV)
 

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top