• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີນໍ້າໃຈມິດຕະພາບລະຫວ່າງສະມາຊິກຊາວໜຸ່ມ, ຊາວໜຸ່ມ ຫວຽດນາມ - ລາວ

ວັນທີ 23 ພະຈິກ, ຢູ່ນະຄອນເຊີນລາ ຂອງຫວຽດນາມ ໄດ້ດໍາເນີນລາຍການເຈລະຈາລະຫວ່າງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແຂວງເຊີນລາ ກັບ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວສອງແຂວງ ຫົວພັນ ແລະ ໄຊຍະບູລີ ຂອງລາວ. 

ການເຈລະຈາລະຫວ່າງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແຂວງເຊີນລາ ກັບ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວສອງແຂວງ ຫົວພັນ ແລະ ໄຊຍະບູລີ ຂອງລາວ (ພາບ: baosonla.org.vn)
ທີ່ການພົບປະເຈລະຈາ, ບັນດາຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບວຽກງານຂອງຄະນະຊາວໜຸ່ມ ແລະ ຂະບວນການຊາວໜຸ່ມ, ເຍົາວະຊົນໃນໄລຍະຜ່ານມາ. ສອງຝ່າຍກໍປຶກສາຫາລື ກ່ຽວກັບບົດບາດຂອງອົງການຈັດຕັ້ງຊາວໜຸ່ມໃນການໜູນຊ່ວຍຊາວໜຸ່ມເຂົ້າຮ່ວມການພັດທະນາເສດຖະກິດ - ສັງຄົມຢູ່ທ້ອງຖິ່ນ. ຜູ້ຕາງໜ້າຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ສອງແຂວງຫົວພັນ ແລະ ໄຊຍະບູລີ ໄດ້ສະແດງຄວາມປາດຖະໜາວ່າ ຊາວໜຸ່ມແຂວງ ເຊີນລາ ແລະ ຊາວໜຸ່ມສອງແຂວງ ຫົວພັນ, ໄຊຍະບູລີ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອການຮ່ວມມືຮອບດ້ານ, ຈາກນັ້ນ ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກຊາວໜຸ່ມ, ຊາວໜຸ່ມສອງປະເທດ ກ່ຽວກັບມູນເຊື້ອຂອງສອງພັກ, ສອງລັດ. ພ້ອມທັງປາດຖະໜາວ່າ ແຂວງເຊີນລາ ຈະມີ ລາຍການ, ການເຄື່ອນໄຫວຫຼາຍຢ່າງເພື່ອໜູນຊ່ວຍ, ໃຫ້ຄໍາປຶກສາ, ບໍາລຸງສ້າງການພັດທະນາແຫຼ່ງຊັບພະຍາກອນມະນຸດ; ກໍ່ສ້າງ, ພັດທະນາຮູບແບບເສດຖະກິດໃຫ້ແກ່ສະມາຊິກຊາວໜຸ່ມ, ຊາວໜຸ່ມໃນໄລຍະຈະມາເຖິງ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top