• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມແລະກາຢັກສະຖານໃນຂົງເຂດສື່ມວນຊົນ

ຕອນບ່າຍວັນທີ 10 ພຶດສະພາ, ຢູ່ສູນກະຈາຍສຽງແຫ່ງຊາດ ເຮືອນເລກທີ 58 ກວານຊື ຮ່າໂນ້ຍ, ທ່ານ ຫວູຫາຍ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Aibek Smadiyarov, ອັກຄະລັດຖະທູດ ກາຢັກສະຖານ ປະຈຳຫວຽດນາມ.


ທ່ານ ຫວູຫາຍ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Aibek Smadiyarov, ອັກຄະລັດຖະທູດ ກາຢັກສະຖານ ປະຈຳຫວຽດນາມ

ທີ່ການຕ້ອນຮັບ, ທ່ານຫວູຫາຍ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມໃຫ້ຮູ້ວ່າ: ປະຈຸບັນ ວິທະຍຸກະຈາຍສຽງຫວຽດນາມ ມີການພົວພັນກັບ 60 ອົງການ, ວິທະຍຸ ໂທລະພາບສາກົນ ແລະ ພາກພື້ນ. ພິເສດ ວິທະຍຸກະຈາຍສຽງຫວຽດນາມ ເຂົ້າຮ່ວມຕັ້ງຫນ້າເຂົ້າໃນອົງການກະຈາຍສຽງ ໂທລະພາບ ອາຊີ ປາຊີຟິກ, ສະຖາບັນກະຈາຍສຽງ ໂທລະພາບ ອາຊີ ປາຊີຟິກ, ສະຫະສະມາຄົມສາກົນບັນດາວິທະຍຸກະຈາຍສຽງໂທລະພາບໃຊ້ພາສາ ຝລັ່ງ. ທ່ານ ຫວູຫາຍ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ຊີ້ແຈ້ງວ່າ:

        “ພວກຂ້າພະເຈົ້າປາດຖະຫນາວ່າ ຜ່ານສະຖານທູດ ກາຢັກສະຖານປະຈຳຫວຽດນາມ, ພວກເຮົາສາມາດລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງວິທະຍຸກະຈາຍສຽງຫວຽດນາມ ແລະ ວິທະຍຸໂທລະພາບແຫ່ງຊາດຂອງ ກາຢັກສະຖານ. ເນື້ອໃນຕົ້ນຕໍອາດຈະຮ່ວມມືນັ້ນແມ່ນແລກປ່ຽນບັນດາລາຍການກະຈາຍສຽງໂທລະພາບ, ແລກປ່ຽນບັນດາຄະນະນັກຂ່າວ ຫລື ຮ່ວມຈັດຕັ້ງບັນດາລາຍການກະຈາຍສຽງໂທລະພາບ. ກ່ຽວກັບການເຄື່ອນໄຫວຂອງກາຢັກສະຖານຢູ່ຫວຽດນາມ, ວິທະຍຸກະຈາຍສຽງຫວຽດນາມ ຈະສົ່ງນັກຂ່າວໄປເອົາຂ່າວ”

ສ່ວນທ່ານ Aibek Smadiyarov ຊີ້ແຈ້ງວ່າ ແຕ່ວັນທີ 22- 24 ພຶດສະພາ, ເວທີປາໄສສື່ສານ ອາຊີ ເອີລົບ ຄັ້ງທີ 15 ຈະຈັດຕັ້ງຢູ່ ກາຢັກສະຖານ. ກາຢັກສະຖານຢາກເຊີນຕາງຫນ້າຂອງວິທະຍຸກະຈາຍສຽງຫວຽດນາມ ເຂົ້າຮ່ວມເຫດການນີ້.

(ແຫຼ່ງຄັດຈາກ VOV)


ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕອນເຊົ້າວັນທີ 15 ທັນວາ, ຢູ່ແຂວງ ແທັງຮວ໊າ, ຄະນະປະຈຳຄະນະພັກກອງບັນຊາການຕຳຫຼວດທະເລ ຫວຽດນາມ ໄດ້ສົມທົບກັບຄະນະປະຈຳພັກແຂວງ ແທັງຮວ໊າ ຈັດຕັ້ງກອງປະຊຸມຜັນຂະຫຍາຍໂຄງການສົມທົບວຽກງານຂົນຂວາຍປະຊາຊົນ “ຕຳຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ໄລຍະ 2025 – 2030.

Top