• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືລະຫວ່າງກຳລັງທະຫານເຮືອຫວຽດນາມ ແລະ ອິນໂດເນເຊຍໃຫ້ເລິກເຊິ່ງ,ກ້ວາງຂວາງ

      ການພົວພັນດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ໃນໄລຍະຜ່ານມາ ມີບັນດາບາດກ້າວພັດທະນາອັນດີງາມ, ພິເສດ, ນັບແຕ່ເມື່ອ 2 ຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືປ້ອງກັນຊາດ 2 ຝ່າຍໃນປີ 2010

ພົນເຮືອເອກ Ade Supandi ແລະ ພົນໂທ ຟານວັນຢາງ
      ຕອນບ່າຍວັນທີ 28 ພະຈິກ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຟານວັນຢາງ, ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບຄະນະພະນັກງານກອງທັບເຮືອ ອິນໂດເນເຊຍ, ໂດຍພົນເຮືອເອກ Ade Supandi, ຜູ້ບັນຊາການກອງທັບເຮືອ ອິນໂດເນເຊຍ ນຳໜ້າ. ທ່ານພົນໂທ ຟານວັນຢາງ ເນັ້ນໜັກວ່າ: ການພົວພັນດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ໃນໄລຍະຜ່ານມາ ມີບັນດາບາດກ້າວພັດທະນາອັນດີງາມ, ພິເສດ, ນັບແຕ່ເມື່ອ 2 ຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືປ້ອງກັນຊາດ 2 ຝ່າຍໃນປີ 2010. ຜ່ານນັ້ນ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງ 2 ຝ່າຍກໍ່ຄືເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ເລິກເຊິ່ງຂຶ້ນຕື່ມ. ເມື່ອຕີລາຄາໝາກຜົນຂອງການຢ້ຽມຢາມ ແລະ ເຮັດວຽກຂອງຄະນະພະນັກງານກອງທັບເຮືອ ອິນໂດເນເຊຍ, ພົນໂທ ຟານວັນຢາງ ຖືວ່າ ກອງທັບ ແລະ ກຳລັງກອງທັບເຮືອ 2 ປະເທດຄວນສືບຕໍ່ຊຸກຍູ້ການຮ່ວມມື, ພິເສດແມ່ນໃນບັນດາຂົງເຂດແກ້ໄຂບັນດາສິ່ງທ້າທາຍຕໍ່ຄວາມສະຫງົບແບບໃໝ່; ຊາວປະມົງລະເມີດໃນການຫາປາຢູ່ບໍລິເວນທະເລຊ້ຳຊ້ອນກັນ…
 (ແຫຼ່ງຄັດຈາກ VOV)
 
 

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top